ຄຳມ່ວນ ເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບ

    ໃນວັນທີ 23 ກັນຍາ 2020 ຫ້ອງວ່າການປົກຄອງ ແຂວງຄຳມ່ວນ ຮ່ວມກັບຄະນະກຳມະການຄຸ້ມຄອງຫຼັກຊັບຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະວຽກງານຕະຫຼາດທຶນເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ພູວົງ ຫອມມະນີ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານນາງ ສາຍສະໜອນ ຈັນ ທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ມີບັນດາທ່ານຜູ້ອຳນວຍການຫຼັກຊັບທັງ 3 ບໍລິສັດ,ພະນັກງານການນຳອ້ອມຂ້າງແຂວງ,ຕະຫຼອດແຂກຖືກເຊີນເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອແນໃສ່ໃຫ້ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານດັ່ງກ່າວເພື່ອພ້ອມກັນປະກອບສ່ວນຊຸກຍູ້ວຽກ ງານຕະຫຼາດທຶນໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະກ້າວສູ່ເວທີສາກົນພ້ອມທັງມີສະຕິລະວັງຕົວບໍ່ຫຼົງເຊື່ອເຂົ້າໄປຮ່ວມທຶນ ແລະການຊື້-ຂາຍຮຸ້ນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍສຳລັບເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ພບລວມຂອງຕະຫຼາດທຶນລາວ, ຕະ ຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະລົງທຶນ, ຜົນປະໂຫຍດ ແລະຂັ້ນຕອນການລົງທຶນໃນຫຼັກຊັບ ແລະພັນທະບັດ.

-------------

ຂ່າວ: ມະນີວັນ, ຮູບພາບ#ຫນັງສືພິມເສດຖະກິດສັງຄົມ