ສສຊ ແລະ ສສຂ ສະຫວັນນະເຂດລົງເຜີຍແຜ່ຜົນກອງປະຊຸມຢູ່ເມືອງເຊໂປນ

  ໃນລະຫວ່າງວັນທີ 21-22 ກັນຍາ 2020 ສະມາຊິກສະພາແຫ່ງຊາດ (ສສຊ) ແລະສະມາຊິກສະພາປະຊາຊົນ ແຂວງສະຫວັນນະເຂດ (ສສຂ) ຊຶ່ງນໍາໂດຍ ທ່ານ ເອກສະຫວ່າງ ວົງວິຈິດ ປະທານກໍາມະທິການ-ການຕ່າງປະເທດສະພາແຫ່ງຊາດ ທ່ານ ພັທ ສົມພອນ ສຸດທິສົມບັດ ຮອງປະທານກໍາມະການຍຸຕິທໍາ ແລະປກຊ-ປກສ ສະພາປະຊາຊົນແຂວງ ສະຫວັນນະເຂດ ແລະທ່ານ ສົມບັດ ອິດທະວົງ ຮອງເຈົ້າເມືອງເຊໂປນ, ພ້ອມດ້ວຍຫົວໜ້າໜ່ວຍເຂດເລືອກຕັ້ງເມືອງເຊໂປນພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມຕໍ່ຜູ້ມີສິດເລືອກຕັ້ງ ແລະເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ແລະຂອງສະພາປະຊາຊົນແຂວງຊຸດທີ I ໃນ 3 ຈຸດຄື: ບ້ານຫ້ວຍຈັງ, ບ້ານເມືອງຈັນ ແລະຫ້ອງວ່າການປົກຄອງເມືອງເຊໂປນ.

   ໂອກາດດັ່ງກ່າວບັນດາທ່ານ ສສຊ, ສສຂ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສັງເຂບຈາກເລຂາຄະນະພັກຮາກ ຖານ, ເລຂາພັກບ້ານໃນແຕ່ລະຈຸດພ້ອມນັ້ນບັນດາ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນຂຶ້ນໂອ້ລົມພ້ອມທັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9ຂອງ ສພຊ ຊຸດທີ VIII ສະພາປະຊາຊົນແຂວງຊຸດທີ I ລວມມີ: ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ, ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ ແລະການດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2020, ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນຕົ້ນປີ ແລະການສະເໜີດັດແກ້ແຜນງົບປະມານແຫ່ງລັດປະຈຳປີ 2020, ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບຜົນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍທີ່ຕິດພັນກັບການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດ (ການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນແລະປຸງແຕ່ງ, ແຫ່ທາດ ແລະຫີນຜາ, ການຂຸດຄົ້ນຫີນແຮ່, ຊາຍ, ດິ ດຳ ແລະດິນແດງບົດລາຍງານການຈັດຕັ້ງປະຕິບັດວຽກງານເດືອນຕົ້ນປີຄາດຄະເນແຜນການ 6 ເດືອນທ້າຍປີ 2020 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX.

   ນອກນັ້ນມະຕິກອງປະຊຸມສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ 6 ເດືອນຕົ້ນປີທິດທາງວຽກງານ 6 ເດືອນທ້າຍປີ ແລະການດັດແກ້ຄາດໝາຍແຜນພັດທະນາເສດຖະກິດ-ສັງຄົມ ປີ 2020, ມະຕິວ່າດ້ວຍການຮັບ ຮອງຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີແຜນ 6 ເດືອນທ້າຍປີ ແລະການ ສະເໜີດັດແກ້ງົບປະມານແຫ່ງລັດ ຂອງແຂວງປະຈຳປີ 2020, ບົດ ສະຫຼຸບການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາປະຊາຊົນແຂວງຊຸດທີ I, ພ້ອມນັ້ນ ສສຊ, ສສຂ ຍັງຮັບເອົາຄໍາສະເໜີຈາກຄະນະນຳເມືອງ ແລະພໍ່ແມ່ປະຊາຊົນໄປນຳສະເໜີຕໍ່ພາກສ່ວນຂະແໜງການກ່ຽວຂ້ອງເພື່ອຈັດສັນຊອກຫາງົບປະ ມານມາຊ່ວຍເຫຼືອແກ້ໄຂຄວາມຈຳເປັນຂອງພໍ່ແມ່ປະຊາຊົນຊາວເມືອງເຊໂປນຕາມຄວາມເໝາະສົມ.

  ທັງໝົດນີ້ກໍເພື່ອເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາປັນຍາຊົນ ແລະປະຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກກົດລະບຽບຂອງລັດ ແລະແຜນພັດທະນາເສດຖະກິດແຫ່ງຊາດ ແລະເສດຖະກິດຂອງແຂວງສະຫວັນນະເຂດ.

--------------

#ຫນັງສືພິມເສດຖະກິດສັງຄົມ