ໂຄວິດຈະເຮັດໃຫ້ອາເມລິກາມີໜີ້ເກືອບ 2 ເທົ່າຂອງຈີດີພີ

   ສຳນັກງານງົບປະມານອາເມລິກາລະບຸວ່າພາວະຖົດຖອຍຈາກການລະບາດຂອງເຊື້ອໂຄວິດຈະເຮັດໃຫ້ອາເມລິກາມີໜີ້ສູງເກືອບ 2 ເທົ່າຂອງຈີດີພີພາຍໃນປີ 2050.

  ຕາມຂ່າວຕ່າງປະເທດລາຍງານວ່າສຳນັກງານງົບປະມານຂອງສະພາຜູ້ແທນຮາກຖານຂອງອາເມລິກາ (ຊີບີໂອ) ເປີດເຜີຍການຄາດຄະເນໃໝ່ໂດຍລະບຸວ່າການແຜ່ລະບາດຂອງເຊື້ອໂຄວິດ-19 ຈະເຮັດໃຫ້ທ່າອ່ຽງທາງການເງິນໃນໄລຍະຍາວຂອງອາເມລິກາຖົດຖອຍຕໍ່ໄປອີກຫຼາຍທົດສະວັດໂດຍປີ 2050 ໜີ້ຂອງລັດຖະບານອາເມ ລິກາຈະເພີ່ມຂຶ້ນເປັນເດືອນສອງເທົ່າຂອງຈີດີພີ, ໂດຍ ລະບຸວ່າຖ້າຫາກບໍ່ແກ້ກົດໝາຍພາສີ ແລະການໃຊ້ຈ່າຍແລ້ວໜີ້ຂອງລັດຖະບານອາເມລິກາຈະສູງເຖິງ 195% ຂອງຈີດີພີພາຍໃນປີ 2050 ຊຶ່ງເປັນລະດັບທີ່ໃກ້ກັບອັດຕາສ່ວນໜີ້ປະຈຸບັນຂອງຍີ່ປຸ່ນ ແລະເກຣັກ.

   ປີທີ່ຜ່ານມາສຳນັກງານງົບປະມານສະພາຜູ້ແທນຮາກຖານອາເມລິກາຄາດຄະເນໄວ້ວ່າໜີ້ສາທາລະນະຂອງອາເມລິກາໃນປີ 2049 ຈະເທົ່າກັບ 144% ຂອງຈີດີພີ ແລະຄາດວ່າໜີ້ຂອງລັດຖະບານພາຍໃນທ້າຍປີ 2020 ນີ້ຢູ່ທີ່ 98% ຂອງຈີດີພີທຽບກັບ 79% ຂອງຈີດີພີມໃນປີ 2019 ແລະ 35% ຂອງຈີດີພີໃນປີ 2007.