ຟິລິບປິນ ຂະຫຍາຍການປະກາດໄພພິບັດອີກ 1 ປີ

  ປະທານາທິບໍດີຟິລິບປິນຂະຫຍາຍການປະກາດໄພພິບັດອອກໄປອີກ 1 ປີ ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

  ຕາມຂ່າວຕ່າງປະເທດລາຍງານວ່າ ທຳນຽບປະທານາທິບໍດີຟິລິບປິນ ປະກາດວ່າ: ເນື່ອງຈາກພະຍາດໂຄວິດ-19 ຍັງຄົງແຜ່ລະບາດພາຍ ໃນປະເທດລັດຖະບານ ຈຶ່ງຕັດສິນໃຈຂະຫຍາຍເວລາການປະກາດພາວະ ສຸກເສີນ ຊຶ່ງມີຂຶ້ນມາແລ້ວ 6 ເດືອນ ໃຫ້ມີຜົນຕໍ່ໄປຈົນເຖິງເດືອນກັນຍາ ປີໜ້າ, ໃນວັນດຽວກັນນັ້ນ ທ່ານ ໂຮດຣີໂກ ດູເຕີເຕ ປະທານາທິບໍດີຟິລິບປິນປະກາດຖະແຫຼງວ່າລັດຖະບານລະບຸວ່າ ຟິລິບປິນເຂົ້າສູ່ພາວະໄພພິບັດທົ່ວປະເທດຕັ້ງແຕ່ເດືອນມີນາເປັນຕົ້ນມາ, ພາຍໃຕ້ການໃຊ້ຄວາມພະຍາຍາມຮ່ວມກັນຂອງລັດຖະບານ ແລະປະຊາຊົນຈຶ່ງມີຄວາມກ້າວໜ້າທີ່ຊັດເຈນໃນການຄວບຄຸມພະຍາດແຜ່ລະບາດໃນປະຈຸບັນ ຊຶ່ງມີຜູ້ຕິດເຊື້ອ ແລະເສຍຊີວິດຈາກພະຍາດໂຄວິດ-19 ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

  ປະຈຸບັນຟິລິບປິນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 290.190 ຄົນ ແລະເສຍຊີວິດ 4.999 ຄົນ ພ້ອມກັນນີ້ຜູ້ນໍາຟິລິບປິນຍັງສັ່ງຍົກເລີກມາດຕະການຫ້າມແພດ, ພະຍາບານ ແລະບຸກຄະລາກອນທາງການແພດທີ່ມີສັນຍາຈ້າງເດີນທາງໄປເຮັດວຽກຢູ່ຕ່າງປະເທດ.