ຊອງເຮຄຽວ ນັກສະແດງທີ່ຄ່າໂຕແພງສຸດ ສ.ເກົາຫຼີ

  ຊອງເຮຄຽວນັກສະແດງ ສາວ ສ.ເກົາຫຼີ ອາຍຸ 38 ປີ ແລະ ເປັນທີ່ຮູ້ຈັກກັນດີນາງເອກລະດັບແນວໜ້າຂອງວົງການ ສ.ເກົາຫຼີ ຂວັນໃຈມະຫາຊົນ, ດາລາຜູ້ນີ້ເຖິງຈະມີລາຍໄດ້ຫຼາຍ ແລະຢູ່ໃນວົງການບັນເທີງຫຼາຍກວ່າ 23 ປີ ທັງຫາເງິນເກັ່ງຈົນກາຍເປັນຜູ້ທີ່ຮັ່ງມີແຕ່ເຊື່ອບໍວ່າຍັງໃຊ້ຊີວິດຄືຄົນທຳມະດາ ແລະຮູ້ຈັກໃຊ້ຈ່າຍເປັນຢ່າງດີ.

  ຫຼັງຈາກຜ່ານມໍລະສຸມໃຫຍ່ໃນຊີວິດຈາກການຢ່າຮ້າງກັບພະເອກໜຸ່ມຊົງຈຸງກິ ເຮັດແຟນຄລັບ ແລະຫຼາຍຄົນເສຍໃຈຢ່າງໜັກຕໍ່ກັບເລື່ອງນີ້, ເຖິງວ່າຊອງເຮຄຽວຈະບໍ່ປະສົບຜົນສຳເລັດໃນການໃຊ້ຊີວິດຄູ່ ແຕ່ຊອງເຮຄຽວ ນັ້ນສຸດຈະໂຊກດີ ແລະສຳເລັດດ້ານໜ້າທີ່ການງານ ບໍ່ວ່າຈະໄດ້ເປັນພຣີເຊັນເຕແບຣນດັງໃຫ້ກັບ Chaumet, Bottega Veneta ແລະSulwhasoo. ກາຍເປັນດາລາສາວທີ່ມີຫຼາຍແບຣນດັງຕ້ອງ ການໂຕທີ່ສຸດ ແລະກາຍເປັນນັກສະແດງທີ່ມີຄ່າໂຕແພງທີ່ສຸດໃນ ສ.ເກົາຫຼີເຊັ່ນກັນ, ຊອງເຮຄຽວ ມີຊັບສິນປະມານ 31 ລ້ານ ໂດລາສະຫະ ລັດ ແລະໃຊ້ເງິນຢ່າງສະຫຼາດມາຕະຫຼອດ ຊຶ່ງລາວມີການລົງທຶນໃນທຸລະກິດການເງິນ ແລະເປັນເຈົ້າຂອງຕຶກໃຫຍ່ 3 ແຫ່ງໃນເຂດຊອງດົງເຂດທີ່ຖືວ່າລາຄາດິນແພງທີ່ສຸດໃນ ສ.ເກົາຫຼີ, ນອກຈາກນີ້, ນາງຍັງຊື້ອາພາດເມັນບໍລິເວນໜ້າເຊັນເຕີພາກນິວຢອກ, ບໍ່ລວຍອີຫຼີແຕະເຂດນັ້ນບໍ່ໄດ້ເດີ້! ແຕ່ນອກຈາກການລົງທຶນ ຊອງເຮຄຽວ ຍັງເປັນສາຍບຸນໄດ້ແບ່ງເງິນສ່ວນໜຶ່ງໃຫ້ການກຸສົນ ແລະບໍລິຈາກໃຫ້ອົງກອນການຊ່ວຍເຫຼືອຢ່າງນັບບໍ່ຖ້ວນ, ເວົ້າໄດ້ວ່າທັງງາມລວຍ ແລະຮູ້ຈັກໃຊ້ເງິນແທ້ໆບໍ່ແປກໃຈເປັນຫຍັງ ຈຶ່ງເປັນຊຸບຕາດັງດາວຄ້າງຟ້າແບບນີ້.

----

ຮຽບຮຽງໂດຍ: ແກ້ວ