ປັບປຸງຂໍ້ມູນທ່ອງທ່ຽວ ແລະອະນຸລັກປ່າສະຫງວນແຫ່ງຊາດນໍ້າຫ້າ

   ໂຄງການອະນຸລັກຊີວະນາໆ ພັນ ແລະປ່າໄມ້ແບບປະສົມປະສານປັບປຸງຂໍ້ມູນການທ່ອງທ່ຽວ ແລະການອະນຸລັກສຳລັບເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ແຂວງຫຼວງນໍ້າທາໃນວັນທີ 18 ກັນຍາ 2020 ໂດຍການເຂົ້າຮ່ວມຂອງທ່ານ ທວງ ນາມ ວົງສາ ຮອງຫົວໜ້າພະແນກກະ ສິກຳ ແລະປ່າໄມ້ແຂວງ, ມີຜູ້ຕາງໜ້າຈາກກອງຄຸ້ມຄອງປ່າສະຫງວນ, ພະແນກ ຖວທ ແຂວງ, ບໍລິສັດ ແລະໜ່ວຍງານດຳເນີນ ການທ່ອງທ່ຽວ, ຊາວບ້ານ 12 ບ້ານເຂົ້າຮ່ວມ.

 ໂຄງການອະນຸລັກຊີວະນາໆ ພັນ ແລະປ່າໄມ້ແບບປະສົມປະສານເປັນໂຄງການພັດທະນາໜຶ່ງຂອງລັດຖະບານລາວ, ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກລັດຖະບານເຢຍ ລະມັນ, ໂດຍຜ່ານທະນາຄານ KFW ຂອງກະຊວງກະສິກໍາ ແລະປ່າໄມ້, ໂດຍສະເພາະແມ່ນກົມປ່າໄມ້ເປັນຜູ້ຈັດຕັ້ງປະຕິບັດໂຄງການ, ໂດຍຮ່ວມມືກັບຂະແໜງການຕ່າງໆທີ່ກ່ຽວຂ້ອງ ແລະບັນດາຄູ່ຮ່ວມທັງຂັ້ນສູນກາງຫາຂັ້ນທ້ອງຖິ່ນ, ການຊ່ວຍ ເຫຼືອຈາກໂຄງການອະນຸລັກຊີວະນາໆພັນ ແລະປ່າໄມ້ແບບປະສົມປະສານເຂົ້າໃນການທ່ອງທ່ຽວແບບອະນຸລັກລວມກັບກິດຈະກໍາຕ່າງໆ ທີ່ແນໃສ່ເພື່ອປັບປຸງແກ້ໄຂ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງເຂດປ່າສະຫງວນ, ມີການສົມທົບຮ່ວມ ງານກັບຂະແໜງການທ່ອງທ່ຽວແບບອະນຸລັກ, ເພາະວ່າການທ່ອງທ່ຽວແບບອະນຸລັກເປັນກິດຈະການໜຶ່ງທີ່ມີບົດບາດສຳຄັນໃນຖານະທີ່ເປັນແຫຼ່ງສ້າງລາຍຮັບໃຫ້ແກ່ຊາວບ້ານ ແລະປະກອບສ່ວນທຶນເຂົ້າໃສ່ບັນດາປ່າສະຫງວນແຫ່ງຕ່າງໆ.

  ເພື່ອແນໃສ່ສົ່ງເສີມ ແລະເພີ່ມຄວາມເຂັ້ມແຂງໃນການເຊື່ອມໂຍງລະຫວ່າງເປົ້າໝາຍການທ່ອງທ່ຽວ ແບບອະນຸລັກ, ເຮັດໃຫ້ວຽກງານມີປະສິດຕິພາບ, ບັນດາໜ່ວຍງານເຈົ້າໜ້າທີ່ເຂດປ່າສະຫງວນ, ບັນດາສຳນັກງານການທ່ອງທ່ຽວ, ຜູ້ປະສານງານ, ປັບປຸງແບບແຜນຄຸ້ມຄອງ, ເພື່ອຊອກຫາຊ່ອງທາງທີ່ອາດເປັນໄປໄດ້ໃຫ້ການແບ່ງໜ້າທີ່ຄວາມຮັບຜິດຊອບ ແລະຜົນປະໂຫຍດຕ່າງໆ ໃຫ້ດີຂຶ້ນກວ່າເກົ່າ, ຕິດຕາມກິດຈະກໍາຕ່າງໆ, ເຮັດໃຫ້ສາຍເຊື່ອມໂຍງລະຫວ່າງການອະນຸລັກ ແລະການທ່ອງທ່ຽວແບບອະນຸລັກຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າໃນນັ້ນກໍ່ເພື່ອເປັນການທົບທວນຄືນ ແລະພິຈາລະນາຄົ້ນຄວ້າ, ຕື່ມຂໍ້ມູນໃສ່ຮ່າງບົດສັນຍາສໍາລັບບ້ານຕ່າງໆ, ທີ່ເຂົ້າ ຮ່ວມເຮັດວຽກງານກ່ຽວກັບຜະລິດຕະພັນລາຍການທ່ອງທ່ຽວ,ດຳເນີນການທ່ອງທ່ຽວແບບອະນຸລັກຢູ່ພາຍໃນ ແລະອ້ອມຂ້າງເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ພາກ ສ່ວນມີປະໂຫຍດຮ່ວມໃນນັ້ນລວມເຖິງພະແນກກະສິກຳ ແລະປ່າໄມ້ແຂວງ, ໜ່ວຍງານຄຸ້ມຄອງປ່າສະຫງວນແຫ່ງຊາດ, ສຳນັກງານທ່ອງທ່ຽວ, ຜູ້ປະສານງານ, ຜູ້ດຳເນີນການທ່ອງທ່ຽວແບບອະນຸລັກ ແລະສະມາຄົມການທ່ອງທ່ຽວ.

--------------

ຂຽນໂດຍ: ອຸ້ມ. ຮູບພາບ#ຫນັງສືພິມເສດຖະກິດສັງຄົມ