ໄອຢູ ບໍລິຈາກເງິນ 100 ລ້ານວອນໃຫ້ການກຸສົນ

  ນັກຮ້ອງ-ນັກສະແດງສາວ ທີ່ມີຄວາມສາມາດ ໄອຢູ ທີ່ຢູ່ເທິງເສັ້ນທາງບັນເທີງ ສ.ເກົາຫຼີມາເຖິງ 12 ປີເຕັມແລ້ວໃນວັນທີ 18 ກັນຍາທີ່ຜ່ານມາຕົ້ນສັງກັດໄດ້ລະບຸວ່າ ສາວ ໄອຢູ ໄດ້ບໍລິຈາກເງິນໃຫ້ກັບສອງອົງການໆກຸສົນພາຍໃຕ້ຊື່ IUAENA ຊຶ່ງເປັນການລວມຄຳລະຫວ່າງຊື່ລາວ ແລະຊື່ຂອງແຟນໆເພງ-ຮູບ ເງົາ UAENA ນັ້ນເອງ.

  ໄອຢູບໍລິຈາກເງິນ 50 ລ້ານວອນໃຫ້ກັບອົງການ Snail of Love ຊຶ່ງເປັນອົງການສະຫວັດດີການສັງຄົມສໍາລັບຜູ້ພິການທາງການໄດ້ຍິນ ແລະອີກ 50 ລ້ານວອນໃຫ້ກັບສະມາຄົນແມ່ລ້ຽງດ່ຽວ ແຫ່ງ ສ.ເກົາຫຼີ ລວມເປັນເງິນທັງໝົດ 100 ລ້ານວອນ, ໂດຍສາວ ໄອຢູ ຍັງສົ່ງຂໍ້ຄວາມເຖິງແຟນເພງຜ່ານອິນສະຕຣາແກຣມວ່າສີມ່ວງນັ້ນ ຈະງົດງາມເມື່ອໄດ້ເບັ່ງບານໄປດ້ວຍ ກັນມັນດີກວ່າຢູ່ຄົນດຽວຫາກເຮົາຈະເປັ່ງປະກາຍດ້ວຍກັນ ໄອຢູ  ແລະຢູແອນາເປັ່ງປະກາຍຫຼາຍທີ່ສຸດເມື່ອເຮົາຢູ່ນໍາກັນດ້ວຍຫົວໃຈທີ່ ແສນບອບບາງແຕ່ລະຍິບລະຍັບພາຍໃນຂ້ອຍໄດ້ບໍລິຈາກເງິນໃນນາມຂອງພວກເຮົາເພື່ອເຮັດສິ່ງທີ່ມີຄຸນຄ່າຕໍ່ໄປ.

----

ຮຽບຮຽງໂດຍ: ແກ້ວ