ນາຍົກສົ່ງສານສະຫຼອງ 75 ປີ ສປຊ

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ,ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020,ທີ່ອົງການ ສປຊ ທີ່ນິວຢອກ, .ອາເມລິກາໂດຍມີເນື້ອໃນລະບຸວ່າ: ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງອົງການ ສປຊ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງອົງການ ສປຊ ຄົບຮອບ75 ປີ ທີ່ມີຄວາມໝາຍສຳຄັນໃນມື້ນີ້ອົງການ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານຄວາມມຸ່ງມາດປາຖະໜາຂອງມວນມະນຸດທີ່ຢາກຢູ່ຮ່ວມກັນຢ່າງສັນຕິ, ມີການຮ່ວມມືກັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມກັນເຮັດໃຫ້ໂລກນີ້ມີສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງສີວິໄລ.  

  ຕະຫຼອດໄລຍະ 75 ປີ ຜ່ານມາ,ພວກເຮົາໄດ້ເຫັນຜົນງານ ແລະຜົນສຳເລັດທີ່ສຳຄັນຫຼາຍດ້ານຂອງອົງການ ສປຊຫຼາຍປະເທດໄດ້ຮັບຄວາມເປັນເອກະລາດແຫ່ງ ຊາດ ແລະເປັນເຈົ້າຕົນເອງໃນການຕັດສິນຊາຕາກຳຂອງຊາດຕົນ, ການເຈລະຈາ ແລະປຶກສາຫາລືບັນຫາໂດຍສັນຕິວິທີໄດ້ກາຍເປັນຫຼັກການ ແລະແນວໂນ້ມໃນການແກ້ໄຂຂໍ້ຂັດແຍ້ງຕ່າງໆ; ການຮ່ວມມືເພື່ອການພັດທະນາໄດ້ຮັບການເຊີດຊູອັນໄດ້ເຮັດໃຫ້ຫຼາຍລ້ານຄົນໃນທົ່ວໂລກໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ບັນຫາການຈຳແນກເຊື້ອຊາດ-ຜິວພັນ, ຄວາມບໍ່ສະເໝີພາບຍິງ-ຊາຍ ໄດ້ຮັບການແກ້ໄຂເປັນກ້າວໆມາອັນເປັນການປະກອບສ່ວນທີ່ສຳຄັນໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ ແລະການພັດທະນາໄດ້ເຕີບໃຫຍ່ຂະຫຍາຍຕົວ.

  ເຖິງວ່າສະພາບແວດລ້ອມໃນ 7 ທົດສະຫວັດກວ່າຜ່ານມາຈະແຕກຕ່າງຈາກສະພາບໃນປະຈຸບັນ, ແຕ່ເຫັນວ່າຈຸດປະສົງເປົ້າໝາຍ ແລະຫຼັກການທີ່ໄດ້ກຳນົດໄວ້ໃນກົດ ບັດ ສປຊ ແມ່ນຍັງມີຄຸນຄ່າສູງ ແລະ ແທດເໝາະກັບສະພາບປະຈຸບັນ. ສະນັ້ນ, ມັນຮຽກຮ້ອງໃຫ້ບັນດາປະເທດສະມາຊິກຈົ່ງພ້ອມໃຈກັນສືບຕໍ່ສົ່ງເສີມຈຸດປະສົງເປົ້າ ໝາຍຂອງອົງການ ສປຊ ແລະຊ່ວຍກັນປັບປຸງກົນໄກການປະຕິບັດໜ້າທີ່ຂອງອົງການ ສປຊ ໃຫ້ແທດເໝາະກັບສະພາບແວດລ້ອມໃນປະຈຸບັນແນໃສ່ຮັບປະກັນການປະ ຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນໃຫ້ໄດ້ຮັບສຳເລັດຜົນຢ່າງມີປະສິດທິພາບສູງ ແລະສືບຕໍ່ແກ້ໄຂສິ່ງທ້າທາຍຕ່າງໆຂອງວົງຄະນາຍາດສາກົນ.

  ສປປ ລາວ ພ້ອມແລ້ວທີ່ຈະຮ່ວມກັບບັນດາປະເທດສະມາຊິກປະກອບສ່ວນຢ່າງຕັ້ງໜ້າເພື່ອເຮັດໃຫ້ອົງການ ສປຊ ມີຄວາມເຂັ້ມແຂງ, ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບສູງແນໃສ່ເຮັດໃຫ້ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມ ຂອງບັນດາປະຊາຊາດໄດ້ຮັບການພັດທະນາ ແລະສີວິໄລຮຸ່ງເຮືອງ.”

  ອົງການ ສປຊ ໄດ້ສ້າງຕັ້ງຂຶ້ນໃນວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກພັດທະນາສາຍພົວພັນມິດຕະ ພາບບົນພື້ນຖານຫຼັກການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆຂອງສາກົນໃນດ້ານເສດຖະກິດ, ສັງຄົມ ແລະວັດທະນະທຳ, ປະຈຸບັນອົງການ ສປຊ ມີສະມາຊິກທັງໝົດຈຳນວນ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະລັດປາ ເລສຕີນ), ມີສຳນັກງານໃຫຍ່ຕັ້ງຢູ່ນິວ ຢອກສ ອາເມລິກາ ແລະມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ, ຝຣັ່ງ, ຈີນ, ລັດເຊຍ, ອາຣັບແລະແອດ ສະປາຍໂຍນ, ສຳລັບສປປລາວໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 14 ທັນວາ 1955.