ວັດສີບຸນເຮືອງໄຊຍະຣາມ ອັນເປັນມິ່ງຂັວນຂອງຊາວແຂວງຫົວພັນ

  ເມືອງຊໍາເໜືອ ແຂວງຫົວ ພັນ ເປັນເມືອງນ້ອຍໆແຕ່ມີຊື່ສຽງ ເປັນທີ່ນິຍົມຂອງນັກທ່ອງທ່ຽວທັງ ໃກ້  ແລະ ໄກຍ້ອນຄວາມງົດງາມຂອງ ທຳມະຊາດທີ່ໂອບອ້ອມໄປດ້ວຍພູຜາ ແລະສາຍນ້ຳຊອງອັນໃສເຢັນຈົນ ກາຍເປັນສະຫວັນຂອງນັກທ່ອງ ທ່ຽວ ຊຶ່ງເມືອງຊໍາເໜືອ ຕັ້ງຢູ່ກາງ ຮ່ອມພູ  ແລະ ມີຄວາມສູງຊັນເໜືອລະ ດັບນໍ້າທະເລເຖິງ 1.200 ແມັດ  ແລະປົກຫຸ້ມໄປດ້ວຍພູຜາປ່າໄມ້ອັນ ຂຽວສົດງົດງາມມີອາກາດປອດ ໂປ່ງ ແລະສົດໃສເຢັນດີຕະຫຼອດປີ ດັ່ງບົດເພງບົດໜຶ່ງທີ່ໄດ້ບັນລະຍາຍ ເຖິງຄວາມອຸດົມສົມບູນຂອງເມືອງ ຊໍາເໜືອວ່າ: ທິວທັດຊໍາເໜືອ ຊ່າງ ງາມເຫຼືອແດນແຫ່ງພູດອຍ…ເມືອງຊໍາເໜືອ ມີຄວາມໂດດເດັ່ນທາງ  ດ້ານເສດຖະກິດ-ສັງຄົມ ຂອງແຂວງ ຫົວພັນ ມີຊື່ສຽງທາງດ້ານການທ່ອງທ່ຽວບໍ່ວ່າຈະເປັນສະຖານທີ່ ທ່ອງທ່ຽວທາງດ້ານປະຫວັດສາດ, ທໍາມະຊາດ ແລະວັດທະນະທໍາທີ່ມີຄວາມໂດດເດັ່ນ  ແລະ ງົດງາມດັ່ງວັດສີບຸນເຮືອງໄຊຍະຣາມ.

  ວັດສີບຸນເຮືອງໄຊຍະຣາມ ອັນເປັນມິ່ງຂັວນຂອງຊາວແຂວງຫົວ ພັນ ມາແຕ່ດົນນານແລ້ວທີ່ໄດ້ສ້າງ ຂຶ້ນໃນປີ 1553 ສະໄໝເຈົ້າໄຊຍະ ເຊດຖາທິຣາດ    ຂຶ້ນຄອງຣາດພ້ອມພະພຸດທະຣູບອົງໃຫຍ່ຂຶ້ນເພື່ອເປັນສັນ ຍາລັກແຫ່ງໄຊຊະນະໃນການຕໍ່ສູ້ ຕ້ານກັບສັກດີນາຕ່າງຊາດ ຊຶ່ງພະ ພຸດທະຮູບອົງນີ້ມີຄວາມງົດງາມ ແລະໜ້າເກງຂາມຫຼາຍທີ່ຫຼໍ່ດ້ວຍ ທອງແດງ ແລະທອງເຫຼືອງ ຊຶ່ງມີນໍ້າໜັກ 1 ໂຕນ ດັ່ງທີ່ພວກທ່ານໄດ້ ເຫັນປະຈັກຕາທີ່ວັດອົງຕື້ ນະຄອນຫຼວງວຽງຈັນ  ໃນທຸກວັນນີ້ຫຼັງຈາກ   ນັ້ນ,  ເຈົ້າໄຊຍະເຊດຖາທິຣາດ  ກໍໄດ້ ປະກາດໃຫ້ປະຊາຊົນພ້ອມກັນສ້າງ ເຈດີ  ແລະພະພຸດທະຣູບອົງໃຫຍ່ຂຶ້ນ ຢູ່ໃນເມືອງຂອງໃຜລາວ ເພື່ອເປັນ ສັນຍາລັກ ແລະ ລະນຶກເຖິງເຫດການ ດັ່ງກ່າວນັ້ນເຊັ່ນກັນ.

  ພາຍຫຼັງທີ່ພະຍາສີສຸລິນທໍາມະ ລາດເຈົ້າເມືອງໆໂສຍ (ທີ່ເປັນເມືອງເກົ່າແກ່ແຫ່ງໜຶ່ງຂອງແຂວງຫົວພັນ ໃນເມື່ອກ່ອນ) ກໍສັ່ງໃຫ້ບັນດາບຸກຄົນ ທີ່ສໍາຄັນ ແຕ່ງຕັ້ງ ຄະນະຮັບຜິດ ຊອບເພື່ອສ້າງພະພຸດທະຮູບອົງໃຫຍ່ 1 ອົງຂຶ້ນໃນປີຄສ 1565 ຊຶ່ງມີ ນໍ້າໜັກ 3.850 ກິໂລຫຼໍ່ດ້ວຍທອງ ເຫຼືອງ ໂດຍມີຊື່ວ່າພຣະອົງຕື້ ແລະ ໄດ້ປະດິດສະຖານໄວ້ຢູ່ທີ່ວັດເກົ່າ ແຫ່ງໜຶ່ງຂອງເມືອງໂສຍ. ຈົນມາ ຮອດປີ1984 ອໍານາດການປົກ ຄອງແຂວງຫົວພັນ ໄດ້ອັນເຊີນພະ ອົງຕື້ນີ້ມາປະດິດສະຖານໄວ້ຢູ່ທີ່ວັດ ໂພໄຊຊະນະຣາມທີ່ເມືອງຊໍາເໜືອ ແລະມາຮອດວັນທີ 24 ພຶດສະພາ 2013 ກໍໄດ້ອັນເຊີນເອົາພະອົງຕື້ ໄປປະດິດສະຖານໄວ້ຢູ່ທີ່ວັດສີບຸນ ເຮືອງທີ່ສ້າງຂຶ້ນໃໝ່ປະຈຸບັນ, ເຖິງ ແມ່ນວ່າຈະບໍ່ມີພະພຸດທະຮູບອົງຕື້ຢູ່ທີ່ວັດໂພໄຊຊະນະຣາມ  ແລ້ວກໍຕາມ ແຕ່ວັດດັ່ງກ່າວກໍຍັງຄົງເປັນທີ່ເຄົາລົບ ແລະຄວາມສັດທາຂອງປະຊາຊົນຊາວແຂວງຫົວພັນ ຕະຫຼອດມາ.

  ວັດສີບຸນເຮືອງໄຊຍະຣາມ ຕັ້ງຢູ່ເຂດຫົວເມືອງຊໍາເໜືອ  ສ້າງຂຶ້ນລະ ຫວ່າງປີ 2009-2013 ເພື່ອເປັນ ບ່ອນປະດິດສະຖານຂອງພະພຸດທະ ຣູບອົງຕື້ ທີ່ລືຊື່ໄດ້ຍົກຍ້າຍມາຈາກ ວັດໂພໄຊຊະນະຣາມ ຊຶ່ງເປັນທີ່ເຄົາ ລົບ ແລະສັດທາຂອງປະຊາຊົນ ແຂວງຫົວພັນຕັ້ງຢູ່ຢ່າງສະຫງ່າຜ່າ ເຜີຍເທິງຈອມພູສູງ ຊຶ່ງເປັນຈຸດຊົມວິວອັນໂດດເດັ່ນຂອງຕົວເມືອງອີກດ້ວຍ ຊຶ່ງວັດດັ່ງກ່າວຕັ້ງຢູ່ເຂດບ້ານ, ເມືອງຊໍາຫ່າງຈາກໃຈກາງເມືອງ ໄປປະມານ 1 ກິໂລແມັດ.

ໂດຍ: ວົງມະນີ ນສພ ເສດຖະກິດສັງຄົມ