ນາຍົກເນັ້ນໃຫ້ເຊກອງສືບຕໍ່ແກ້ໄຂຄວາມທຸກຍາກປະຊາຊົນ

    ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີໄດ້ກ່າວໃນໂອກາດພົບປະໂອ້ລົມພະນັກງານຫຼັກແຫຼ່ງແຂວງເຊກອງໂດຍໄດ້ມີຄຳເຫັນເນັ້ນໜັກໃຫ້ເພີ່ມທະວີການຫັນລົງກໍ່ສ້າງຮາກຖານການເມືອງແລະພັດທະນາຊົນນະບົດຕາມທິດນຳ 3 ສ້າງ, ທັງນີ້ກໍເພື່ອສ້າງເງື່ອນໄຂແລະສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າພັດທະນາເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນແລະກ້າວໄປສູ່ການ ຫຼຸດພົ້ນອອກຈາກຄວາມທຸກຍາກ.

    ວັນທີ 18 ທັນວາ 2018 ທ່ານທອງລຸນສີສຸລິດນາຍົກລັດຖະມົນຕີພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມແລະພົບປະໂອ້ລົມຄະນະພັກ-ພະນັກງານຫຼັກແຫຼ່ງແຂວງເຊກອງໂດຍມີທ່ານຄຳເຜີຍ ບຸດດາວຽງເຈົ້າແຂວງໆເຊກອງພ້ອມດ້ວຍທ່ານຮອງເຈົ້າແຂວງ, ບັນດາທ່ານເຈົ້າເມືອງ, ຫົວ ໜ້າພະແນກ, ຫ້ອງການ ແລະພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    ໃນໂອກາດນີ້ ທ່ານເຈົ້າແຂວງໆ ເຊກອງ ກໍໄດ້ລາຍງານສະພາບການພັດ ທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2018 ແລະທິດທາງແຜນການປີ 2019 ລວມທັງການກະກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ຮັບຊາບຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີກໍໄດ້ມີທິດຊີ້ນຳແລະເນັ້ນໜັກໃຫ້ຄະນະພັກ-ການນຳແຂວງເຊກອງສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນໂດຍເພີ່ມທະວີຄວາມສາມັກຄີປອງດອງເປັນປຶກ ແຜ່ນ, ມີປະຊາທິປະໄຕແລະຄວາມສະ ເໝີພາບຕໍ່ໜ້າກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍຕາມຫຼັກການທີ່ວ່າ “ ພັກນຳພາຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕໍ່ໜ້າກົດໝາຍ ”.

    ເພີ່ມທະວີໃນການສຶກສາອົບການເມືອງ-ນຳພາແນວຄິດໄປພ້ອມກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສຫງົບໃຫ້ມີຄວາມໜັກແໜ້ນແລະເຂັ້ມແຂງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງ, ພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງຕາມມະຕິເລກທີ 03 ຂອງກົມການເມືອງສູນກາງພັກວາງອອກໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ປະຕິບັດເປົ້າ ໝາຍສະຫະສະວັດດ້ານການພັດທະນາ ແລະຊຸກຍູ້ສົ່ງເສີມປະຊາຊົນຜະລິດກະ ສິກຳ (ປູກຝັງ-ລ້ຽງສັດ) ເປັນສິນຄ້າ ໃຫ້ນັບມື້ກວ້າງຂວາງແລະເປັນຂະບວນການຟົດຟື້ນ, ທັງນີ້ ກໍເພື່ອແນໃສ່ສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງແລະປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

    ຂະນະທີ່ການຈັດຕັ້ງປະຕິບັດແຜນງົບປະມານກໍຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະຂັ້ນໄດ້ຊ່ວຍເອົາໃຈໃສ່ຊີ້ນຳວຽກງານການເງິນຢ່າງໃກ້ຊິດຕິດແທດຂຶ້ນຕື່ມ ເພື່ອແນໃສ່ເຮັດໃຫ້ການເກັບລາຍຮັບໃຫ້ບັນຕາມແຜນການທີ່ວາງໄວ້ແລະຕ້ອງປະຕິບັດຢ່າງເຂັ້ມງວດການປະຕິບັດລາຍຈ່າຍໂດຍສະເພາະແມ່ນການເບີກຈ່າຍເງິນເດືອນພະນັກງານ-ລັດຖະກອນໃຫ້ເປັນປົກກະຕິແລະທ່ວງທັນເວລາກຳນົດໄວ້.

    ນອກຈາກການໂອ້ລົມແລ້ວທ່ານນາຍົກລັດຖະມົນຕີຍັງໄດ້ໄປຢ້ຽມຢາມໂຮງງານຜະລິດນ້ຳຕານອໍການິກ, ຟາມລ້ຽງງົວຂອງບໍລິສັດແມ່ຂອງຮ່ວມທຸລະກິດ, ຢ້ຽມຢາມໂຮງຮຽນ ມສ ຊົນເຜົ່າແລະໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງເຊກອງຕື່ມອີກ.