ສ.ເກົາຫຼີ ຕັ້ງເປົ້າ ມີວັກແຊງໃຫ້ປະຊາກອນ 30 ລ້ານຄົນ

  ກະຊວງສາທາລະນາສຸກ .ເກົາຫຼີ ຖະແຫຼງວ່າລັດຖະບານຕັ້ງເປົ້າຈະຈັດຫາວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາກອນ 30 ລ້ານຄົນ ຫຼື 60% ຂອງ ປະເທດ.

  ຕາມຂ່າວຕ່າງປະເທດລາຍງານວ່າລັດຖະບານ .ເກົາຫຼີ ຈະຫາວັກແຊງໃຫ້ປະຊາກອນເປົ້າໝາຍ 10 ລ້ານຄົນ ຈາກໂຄງການໂຄແວັກທີ່ເປັນຄວາມຮ່ວມມືລະຫວ່າງອົງການອະນາໄມໂລກກັບກາວີພັນທະມິດວັກແຊງໂລກໂດຍໄດ້ຍື່ນເອກະສານສະແດງຄວາມຈຳນົງເຂົ້າຮ່ວມໂຄງການນີ້ນັບຕັ້ງແຕ່ວັນທີ 31 ສິງຫາຄົມ ແລະ ຈະຕ້ອງຈ່າຍເງິນລ່ວງໜ້າ 172,3 ຕື້ວອນ ເພື່ອເຂົ້າຮ່ວມໂຄງການພາຍໃນວັນທີ 9 ຕຸລາ ສ່ວນປະຊາກອນເປົ້າໝາຍອີກ 20 ລ້ານຄົນ ຈະຈັດຫາວັກແຊງຈາກເອກະຊົນປະ ເມີນວ່າ ແຕ່ລະຄົນຕ້ອງສັກວັກແຊງ 2 ໂດສ ຈຶ່ງຈະມີພູມຕ້ານທານເຊື້ອໄວຣັດໂຄວິດ.

  ສ.ເກົາຫຼີ ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 106 ຄົນ ໃນວັນທີ 15 ກັນຍາ ເຮັດໃຫ້ຍອດຄົນເຈັບສະສົມຢູ່ທີ່ 22,285 ຄົນ ສ່ວນຍອດຜູ້ເສຍຊີວິດຢູ່ທີ່ 367 ຄົນ ອັດຕາການເສຍຊີວິດຢູ່ທີ່ 1,64%.