ໃນອາທິດຜ່ານມາບໍລິສັດພັດທະນາກະສິກຳນິເວດສິງລຽວໄດ້ມອບອຸປະກອນ ແລະຢາປາບແມງໄມ້ໃຫ້ແກ່ພະແນກກະສິກໍາ ແລະປ່າໄມ້ແຂວງຫຼວງນໍ້າທາ, ສຳລັບອຸປະ ກອນທີ່ບໍລິສັດພັດທະນາກະສິກຳນິເວດສິງລຽວນໍາມາມອບໃນຄັ້ງນີ້ມີເຄື່ອງຈັກສິດພົ່ນນໍ້າຢາຈໍານວນ 6 ໜ່ວຍ, ບັ້ງສິດຢາໃຊ້ໝໍ້ໄຟ 25 ໜ່ວຍ, ບັ້ງສິດຢາໃຊ້ແຮງງານ 25 ໜ່ວຍ, ເກີບໂບກ 100 ຄູ່, ຖົງມື 500 ຄູ່, ຜ້າອັດປາກ 1.000 ອັນ, ໜ້າກາກປ້ອງກັນຕາ 12 ອັນ, ເຄື່ອງນຸ່ງສິດຢາ 30 ຊຸດ, ສາຍທໍ່ຢາງ 12 ໂຄ້ງ ແລະນໍ້າຢາເຄມີຈໍານວນ 200 ລິດ, ລວມມູນຄ່າທັງໝົດ 80 ລ້ານກວ່າກີບ ໂດຍແມ່ນຖາກົງສຸນໃຫ່ຍແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງເປັນຜູ້ສະໜອງທຶນໃຫ້.

   ພ້ອມດຽວກັນນີ້ຍັງໄດ້ເຊັນມອບ-ຮັບອຸປະກອນ ແລະ ຢາປາບແມງໄມ້ລະຫວ່າງ ທ່ານ ພິມແກ້ວ ທໍາລະສິນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ແລະທ່ານ ຈຽງຊັງຈີ ຫົວໜ້າບໍລິສັດພັດທະນາກະສິກໍານິເວດສິງລຽວຕາງໜ້າສະຖາກົງສູນໃຫ່ຍແຫ່ງ ສປ ຈີນ ປະຈໍານະຄອນຫຼວງພະບາງ,ໂດຍຊ່ອງໜ້າພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

---------------

ຂ່າວ: ມຸນຕີ