ການເງິນສະຫວັນນະເຂດ ຊຸກຍູ້ວຽກວິຊາສະເພາະຢູ່ເມືອງອຸທຸມພອນ

   ວັນທີ 10 ກັນຍາຜ່ານມາທາງຄະນະພະແນກການເງິນ ແຂວງສະຫວັນນະເຂດ ນຳພາໂດຍ ທ່ານ ແສນສັກ ສຸລິສັກ ຫົວໜ້າພະແນກການເງິນແຂວງໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ເມືອງອຸທຸມພອນໃຫ້ກຽດຕ້ອນຮັບໃນຄັ້ງນີ້ມີທ່ານ ປະສົງສິນ ຈະເລີນສຸກ ເລຂາພັກເມືອງ ເຈົ້າເມືອງອຸທຸມພອນ, ບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການເຂົ້າຮ່ວມ.


  ໃນກອງປະຊຸມ ທ່ານ ເກດສະໝອນ ປັດທຳມະວົງ ຫົວໜ້າຫ້ອງການການເງິນເມືອງກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍຂອງເມືອງໃນໄລ ຍະຜ່ານມາ, ຈາກນັ້ນບັນດາທ່ານທີ່ມາຈາກພະແນກການເງິນແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນແນະນຳພ້ອມທັງເຜີຍແຜ່ບັນດານິຕິກຳກ່ຽວກັບວຽກງານການເງິນ.
   ໂອກາດນີ້ທ່ານຫົວໜ້າພະແນກການເງິນແຂວງສະຫວັນນະເຂດພ້ອມຄະນະຍັງໄດ້ນຳເອົາຄອມພິວເຕີ້ຕັ້ງໂຕະ ແລະເຄື່ອງປິນເຕີ້ຈຳນວນ 1 ຊຸດ ແລະເຄື່ອງກີລາຈຳ ນວນ 30 ຊຸດ ມາມອບໃຫ້ກັບເມືອງອຸທຸມພອນນຳອີກດ້ວຍ.