ສະໝ້ວຍ ຍົກລະດັບຄຸນນະພາບບໍລິການ ແລະເອົາໃຈ່ໃສ່ຕໍ່ລູກຄ້າ

  ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ ແລະຜູ້ປະກອບການດ້ານການບໍລິການໆທ່ອງທ່ຽວ, ການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ-ຮ້ານບັນເທີງ ແລະອື່ນໆ ແນໃສ່ຮັບຮູ້ການເອົາໃຈໃສ່ລູກຄ້າທັງເປັນການທົບທວນຄືນການເອົາໃຈໃສ່ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ມາໃນວັນທີ 9 ກັນຍາ 2020 ນີ້ກໍ່ໄດ້ມີພິທີປິດຊຸດຝຶກອົບຮົມຍົກລະດັບຄຸນນະພາບການບໍລິການ ແລະການເອົາໃຈໃສ່ຕໍ່ລູກຄ້າພາຍຫຼັງໄດ້ເປີດຊຸດຝຶກອົບຮົມມາເປັນເວລາ 2 ວັນ ທີ່ສະໂມສອນຂອງເມືອງສະໝ້ວຍ, ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວແຂວງ,ນາງ ບຸດສະບາ ຈັນສົມພູ ຮອງຫົວໜ້າພະແນກຝຶກອົບຮົມວິຊາການທ່ອງທ່ຽວກະຊວງ ຖວທ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເຕີ້ຍ ດວງ ສຸລິຍະວົງສາ ເຈົ້າເມືອງສະໝ້ວຍ, ມີຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ ຖວທ ເມືອງສະໝ້ວຍ, ສະມາຄົມການທ່ອງທ່ຽວແຂວງ, ພ້ອມດ້ວຍພະນັກງານວິຊາ ການທີ່ກ່ຽວຂ້ອງ ແລະສຳມະນາກອນເຂົ້າຮ່ວມ.


  ທ່ານ ນາງ ບຸດສະບາ ຈັນສົມພູ ຮອງຫົວໜ້າພະແນກຝຶກອົບຮົມວິຊາການທ່ອງທ່ຽວກະຊວງ ຖວທ ໄດ້ຜ່ານບົດລາຍງານຂອງການຝຶກອົບຮົມຄັ້ງນີ້, ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການຕ້ອນຮັບນັກທ່ອງທ່ຽວເປັນຕົ້ນແມ່ນຫຼັກການພື້ນຖານໃນການຕ້ອນຮັບ, ຄຸນລັກສະນະຂອງການຕ້ອນຮັບທີ່ດີ, ຄຸນສົມບັດຂອງພະນັກງານຕ້ອນ ຮັບ, ຂໍ້ຄວນລະວັງຂອງພະນັກງານບໍລິການ, ວິທີປະຕິບັດໃນການໃຫ້ບໍລິການທີ່ເປັນເລີດ, ຮູ້ເຖິງທັກສະການບໍລິການ ແລະການເອົາໃຈໃສ່ຕໍ່ລູກຄ້າຄື: ຄວາມແຕກຕ່າງລະຫວ່າງການເອົາໃຈໃສ່ ແລະການບໍລິການ, ຄວາມສໍາຄັນຂອງການບໍລິການທີ່ດີ, ລັກສະນະຂອງການຕອບສະໜອງການບໍລິການທີ່ດີ, ການເອົາລູກຄ້າເປັນໃຈກາງ, ທັກສະການຕ້ອນຮັບ, ທັກສະການສື່ສານ,ສາເຫດເຮັດໃຫ້ລູກຄ້າຕໍານິ,ການແກ້ໄຂບັນຫາຕ່າງໆຂອງລູກຄ້າ,ຮູ້ເຖິງທັກສະການບໍລິການອາຫານ ແລະເຄື່ອງດື່ມປະກອບມີ: ອຸປະກອນເທິງໂຕະອາຫານ, ມາດຕະຖານຂອງຫ້ອງອາຫານ ແລະ ອຸປະກອນ, ການຈັດໂຕະອາຫານແບບລາວ-ສາກົນ-ແບບບຸບເຟ້, ຫຼັກການບໍລິການອາຫານ ແລະເຄື່ອງດື່ມ, ຮູ້ເຖິງທັກສະບໍລິການຫ້ອງນອນແຂກຄື: ຄວາມສໍາຄັນຂອງພະແນກແມ່ເຮືອນ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແມ່ເຮືອນ, ການຮັກສາຄວາມສະ ອາດພື້ນທີ່ສາທາລະນະ, ການເຮັດຄວາມສະອາດຫ້ອງພັກແຂກ, ການເຮັດຄວາມສະອາດຫ້ອງນໍ້າຈຸດປະສົງຂອງການຝຶກອົບຮົມກໍ່ເພື່ອເຮັດໃຫ້ຜູ້ໃຫ້ບໍລິການໆທ່ອງ ທ່ຽວ, ການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ-ຮ້ານບັນເທີງມີຄວາມຮູ້,ຄວາມສາມາດ ແລະຄຸນສົມບັດກ່ຽວກັບການບໍລິການໃຫ້ມີຄວາມຊຳນານ ແລະເປັນມືອາຊີບຫຼາຍຂຶ້ນຜ່ານການຝຶກອົບຮົມສາມາດປະເມີນໄດ້ບັນດາສຳມະນາກອນມີຄວາມກະຕືລືລົ້ນ,ເຂົ້າໃຈບັນຫາເນື້ອໃນ,ພ້ອມທັງມີສ່ວນຮ່ວມໃນການປະກອບຄຳຄິດ, ຄຳເຫັນ ແລະມີຄວາມຫ້າວຫັນໃນການລົງພາກປະຕິບັດຕົວຈິງ, ສ້າງກິດຈະກໍາມ່ວນຊື່ນໃນນອກນັ້ນກໍ່ໄດ້ມີການມອບໃບຢັ້ງຢືນໃຫ້ສໍາມະນາກອນທີ່ເຂົ້າຮ່ວມ.
  ພ້ອມດຽວກັນນັ້ນ ທ່ານ ມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ໃຫ້ ທິດຊີ້ນຳໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ, ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ກ່ຽວຂ້ອງທີ່ເຮັດໃຫ້ບັນດານັກຝຶກອົບຮົມໃນຄັ້ງນີ້ເກີດຂຶ້ນໄດ້ ແລະສຳເລັດໄປດ້ວຍດີ, ໂດຍສະເພາະກໍ່ແມ່ນກະຊວງ ຖວທ ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະການທ່ອງທ່ຽວທີ່ໄດ້ເປີດຊຸດຝຶກອົບຮົມໃຫ້ຄວາມຮູ້ແກ່ພະນັກງານເພື່ອຍົກລະດັບຄຸນນະພາບບໍລິການຂອງເມືອງພູດອຍພ້ອມທັງເນັ້ນໃຫ້ຜູ້ທີ່ເຂົ້າຮ່ວມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃນການເປັນຜູ້ໃຫ້ບໍລິການໆທ່ອງທ່ຽວ, ການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາ ຫານ-ຮ້ານບັນເທີງທີ່ດີເພື່ອນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.

----------------

ຂ່າວ:ກິນດາວັນ  ຮູບພາບ#ຫນັງສືພິມເສດຖະກິດສັງຄົມ