ປັບລາຄານໍ້າມັນ

    ໃນວັນທີ 3 ກັນຍາ 2020 ກະຊວງອຸດສາຫະກໍາ ແລະການຄ້າໄດ້ອອກແຈ້ງການເຖິງສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟເລື່ອງແຈ້ງການປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດຊຶ່ງເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ເວລາ 6:00 ໂມງຂອງວັນທີ 4 ກັນຍາ 2020 ເປັນຕົ້ນໄປ ແລະການປັບລາຄາຄັ້ງນີ້ແມ່ນໄດ້ປັບລາຄານໍ້າມັນແອັດຊັງພິເສດຂຶ້ນ 210 ກີບຕໍ່ລິດແອັດຊັງທໍາມະດາປັບຂຶ້ນ 220 ກີບຕໍ່ລິດສ່ວນນໍ້າມັນກາຊວນແມ່ນບໍ່ເໜັງຕີງສະເພາະນະ ຄອນຫຼວງວຽງຈັນ ແອັດຊັງພິເສດໃຫ້ຂາຍໃນລາຄາ 8.720 ກີບຕໍ່ລິດ, ທຳມະດາ 8.300 ກີບຕໍ່ລິດ ແລະກາຊວນ 7.610 ກີບຕໍ່ລິດ, ແຂວງຜົ້ງສາລີ ແອັດຊັງ

ທໍາມະດາ 9.060 ກີບ, ກາຊວນ 8.370 ກີບ, ຫຼວງນໍ້າທາ ແອັດຊັງທຳມະດາ 8.660 ກີບ, ກາຊວນ 7.970 ກີບ, ອຸດົມໄຊ ແອັດຊັງພິເສດ 9.200 ກີບ, ແອັດຊັງທໍາມະດາ 8.780 ກີບ, ກາຊວນ 8.090 ກີບ, ແຂວງບໍ່ແກ້ວ ແອັດຊັງພີເສດ 8.820 ກີບ, ທໍາມະດາ 8.400 ກີບ ແລະກາຊວນ 7.710 ກີບ, ຫຼວງພະບາງແອັດຊັງພິເສດ 9.120 ກີບ, ແອັດຊັງທໍາມະດາ 8.700 ກີບ, ກາຊວນ 8.010 ກີບ, ແຂວງໄຊຍະບູລີ ແອັດຊັງພິເສດ 8.970 ກີບ, ແອັດຊັງທໍາມະດາ 8.550 ກີບ, ກາຊວນ 7.860 ກີບ, ຫົວພັນ ແອັດຊັງທຳມະດາ 8.710 ກີບ, ກາຊວນ 8.010 ກີບ, ຊຽງ ຂວາງແອັດຊັງທຳມະດາ 8.500 ກີບ, ກາຊວນ 7.800 ກີບ, ແຂວງວຽງຈັນ ແອັດຊັງພິເສດ 8.700 ກີບ, ທຳມະດາ 8.300 ກີບ, ກາຊວນ 7.610 ກີບ, ບໍລິຄຳໄຊ ແອັດຊັງພີເສດ 8.800 ກີບ, ທຳມະດາ 8.380 ກີບ, ກາຊວນ 7.690 ກີບ.

  ສ່ວນແຂວງຄຳມ່ວນ ແອັດຊັງພິເສດ 8.750 ກີບ, ແອັດຊັງທໍາມະດາ 8.330 ກີບ, ກາຊວນ 7.640 ກີບ ແຂວງສະຫວັນນະເຂດແມ່ນລາຄາດຽວກັບແຂວງຄຳມ່ວນ, ສາລະວັນ ແອັດຊັງພິເສດ 8.930 ກີບ, ແອັດຊັງທໍາມະດາ 8.510 ກີບ, ກາຊວນ 7.820, ແຂວງ ຈໍາປາສັກ ແອັດຊັງພິເສດ 8.760 ກີບ, ຳມະດາ 8.360 ກີບ, ກາຊວນ 7.570 ກີບ, ເຊກອງ ແອັດຊັງທໍາມະດາ 8.540 ກີບ,ກາຊວນ 7.850 ກີບອັດຕະປື ແອັດຊັງພິເສດ 8.960 ກີບແອັດຊັງ ທໍາມະ ດາ8.540 ກີບ, ກາຊວນ 7.850 ແລະໄຊສົມບູນ ແອັດຊັງທໍາມະດາ 8.540 ກີບ ແລະກາຊວນ 7.850 ກີບ.