ຜູ້ອຳນວຍການໃຫຍ່ອົງການ ການຄ້າໂລກ ລາອອກຈາກຕໍາແໜ່ງ

  ທ່ານ ໂຣເບີດໂຕ ອາເຊເວໂດ ຜູ້ອຳນວຍການໃຫຍ່ຂອງອົງການ ການຄ້າໂລກ ຫຼື WTO ໄດ້ລາອອກຈາກຕຳແໜ່ງຢ່າງເປັນທາງການ, ກາຍເປັນ“ຜູ້ຮັບຜິດຊອບລະດັບສູງສຸດ”ທີ່ໄດ້ລາອອກຈາກຕຳແໜ່ງ ກ່ອນເວລາກຳນົດຜູ້ທຳອິດຂອງ WTO ນັບແຕ່ທີ່ສ້າງຕັ້ງອົງການ ນີ້ຂຶ້ນມາເມື່ອປີ 1995 ຈົນຮອດ ປະຈຸບັນ.

ຕາມຂ່າວ Cri ລາຍງານວ່າເມື່ອ 3 ເດືອນກ່ອນ, ທ່ານ ໂຣເປີດໂຕອາເຊເວໂດໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ: ການລາອອກຈາກຕຳແໜ່ງກ່ອນເວລາກຳນົດວ່າ ດ້ານໜຶ່ງຍ້ອນປັດໄຈທາງຄອບຄົວ, ອີກດ້ານໜຶ່ງຍ້ອນ, ສະພາບພະຍາດໂຄວິດ-19 ໄດ້ເຮັດໃຫ້ວຽກ ງານປະຈຳວັນຂອງ WTO ຊັກຊ້າ ກວ່າເກົ່າ, ເປັນໂອກາດທີ່ເໝາະສົມໃຫ້ແກ່ການຄັດເລືອກຜູ້ອຳນວຍການໃຫຍ່ຄົນໃໝ່ເຖິງແນວໃດກໍຕາມ, ຫາງສຽງຍັງເຫັນວ່າ: ໃນຫຼາຍປີມານີ້, ການຕິດຕາມນະໂຍບາຍດ້ານການຄ້າ, ການເຈລະຈາຫຼາຍຝ່າຍ ແລະກົນໄກການແກ້ ໄຂຄວາມຂັດແຍ່ງບໍ່ສາມາດດຳເນີນໄປໄດ້ຢ່າງມີປະສິດທິຜົນ, ອົງການ  WTO ກຳລັງປະເຊີນກັບການກວດສອບຢ່າງບໍ່ເຄີຍມີມາກ່ອນ, ຊຶ່ງເປັນສາເຫດດ້ານເລິກ ທີ່ເຮັດໃຫ້ທ່ານ ໂຣເບີດໂຕ ອາເຊ ໂດຕັດສິນໃຈລາອອກຈາກຕຳແໜ່ງກ່ອນເວລາກຳນົດ 1 ປີ.

  ຄຽງຄູ່ກັບການລາອອກຈາກຕຳແໜ່ງຂອງທ່ານ ໂຣເບີດໂຕອາ ເຊເວໂດ, ການຄັດເລືອກ “ຜູ້ ອຳນວຍການ WTO ຄົນ ຕໍ່ໄປ” ແມ່ນວຽກທີ່ຮີບດ່ວນທີ່ສຸດຂອງ ອົງການ WTO ຊຶ່ງສະພາຄະນະມົນຕີ WTO ໄດ້ ຢືນຢັນວ່າຈະໃຊ້ເວລາ 2 ເດືອນແຕ່ວັນທີ 7 ກັນຍາເປັນຕົ້ນໄປ, ເພື່ອຄັດເລືອກຜູ້ອຳນວຍ ການໃຫຍ່ຄົນໃໝ່ຈາກຜູ້ສະໝັກຮັບເລືອກຕັ້ງ 8 ຄົນດ້ວຍການຄັດເລືອກແບບປັດເຂ່ຍ 3 ຮອບ.

-------

ໜັງສືພິມເສດຖະກິດ-ສັງຄົມ