ນິໂຄ ແຟນໃໝ່ແບຣດພິດ ງາມ ແລະສະຫຼາດເວົ້າໄດ້ 5 ພາສາ

ວິນາທີນີ້ໃຜກໍຢາກຮູ້ຈັກ ນິໂຄ ໂພທູຣາສະກີ ນາງແບບຄົນ ເຢຍລະມັນ ແມ່ລູກໜຶ່ງອາຍຸ 27 ປີ ແຟນໃໝ່ຂອງແບຣດພິດ ພະເອກຮອນລີິວູດ ອາຍຸ 56 ໃຫ້ຫຼາຍ ຂຶ້ນ.

   ວາລະສານ ພີເພິລ ສື່ດັງຂອງ ອາເມລິກາລະບຸວ່າ ນິໂຄ ໂພທູຣາ ສະກີ ເປັນແມ່ຍິງທີ່ເໝາະກັບພິດ ຫຼາຍຂ້ອຍມັກລາວລາວເປັນຄົນກ້າຫານ ແລະສະຫຼາດຖ້າລາວກຳລັງມັກຮັກກັບແບຣດ ກໍຖືເປັນເລື່ອງ ດີສຳລັບລາວ ແລະແບຣດ, ຂະນະທີ່ ເດລິເມ ລາຍງານວ່າ ນິໂຄ ໂພທູຣາສະກີ ເປັນຄົນເມືອງເບີກຄາ ເມນປະເທດເຢຍລະມັນເຮັດວຽກໃນວົງການນາງແບບມາປະມານ 10 ປີ ປະຈຸບັນເວົ້າໄດ້ 5 ພາສາ ແລະຫາກໍເຊັນສັນເປັນນາງແບບ ໃນສັງກັດ Next Management ໃນລອສແອງເຈລິສຂອງອາເມລິກາ ໄດ້ເປັນນາງແບບຂຶ້ນປົກວາ ລະສານແອລ ELLE ຂອງເຢຍ ລະມັນສະບັບເດືອນກັນຍາ 2020.

---------

ຮຽບຮຽງໂດຍ: ແກ້ວ