ອພສ ເມືອງຄົງເຊໂດນ ໄຂກອງປະຊຸມໃຫຍ່ ສະໄໝທີ VII

  ຄະນະອົງການພຸດທະສາດ ສະໜາສັມພັນລາວ (ອພສ) ເມືອງ ຄົງເຊໂດນ ເປີດກອງປະຊຸມໃຫຍ່ສະໄໝທີ VII ໃນວັນທີ 26 ສິງຫາ 2020 ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງພາຍໃຕ້ການເປັນປະທານຂອງພະອາຈານ ສູນທອນ ຈັນທະວັງໂສ ຄະນະປະຈໍາ ອພສ ແຂວງສາລະວັນ, ເຈົ້າຄະນະ ອພສ ເມືອງ, ໃຫ້ກຽດເຂົ້າຮ່ວມຂອງພະຫຼັກຄໍາທັມມະຍານໂພທິ ຄໍາເປ ຈັນທະຈອນ ກໍາມະການສູນກາງ ອພສ, ຄະນະປະຈໍາ ອພສ ແຂວງ, ເຈົ້າຄະນະ ອພສ ເມືອງວາປີ, ມີ ທ່ານ ແຫວນເພັດ ລັດດາວົງ ເຈົ້າເມືອງໆຄົງເຊໂດນ, ມີຄະນະປະຈຳ ພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ອຳນາດການປົກຄອງບ້ານ, ຕະຫຼອດຮອດພະເທລະ, ນຸເທລະທົ່ວ ເມືອງຄົງເຊໂດນເຂົ້າຮ່ວມ.

    ກ່ອນເຂົ້າສູ່ພິທີກອງປະຊຸມພະຫຼັກຄໍາທັມມະຍານໂພທິຄໍາເປ ຈັນທະຈອນ ໄດ້ນຳພາພະເທລະ, ນຸເທລະ ໄຫວ້ພະຣັດຕະນະໄຕຣ, ຈາກນັ້ນພະອາຈານ ແອ ອິນທະສອນ ຮອງເຈົ້າຄະນະ ອພສ ເມືອງຂຶ້ນຜ່ານມະຕິຕົກລົງຂອງເຈົ້າຄະນະ ອພສ ແຂວງສາລະວັນ ວ່າດ້ວຍອະນຸມັດໃຫ້ ອພສ ເມືອງຄົງເຊໂດນ ເປີດກອງປະຊຸມໃຫຍ່ຄັ້ງທີ VII ຂອງຕົນ, ຈາກນັ້ນພະອາຈານ ສູນທອນ ຈັນທະວັງໂສ ກໍໄດ້ກ່າວເປີດກອງປະຊຸມຄັງນີ້ຂຶ້ນຢ່າງເປັນທາງການ ຊຶ່ງກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນໃນທາມກາງບັນຍາກາດອັນສະຫງ່າລາສີ ແລະມີຄວາມໝາຍ ຄວາມສໍາຄັນ ໂດຍຈຸດປະສົງຄາດໝາຍຂອງກອງປະຊຸມໃຫຍ່ໃນຄັ້ງ ນີ້ແມ່ນຈະໄດ້ຮັບຮອງເອົາຄະນະບໍລິຫານງານ ອພສ ເມືອງຊຸດໃໝ່, ລວມທັງຄະນະປະຈໍາ, ປະທານ, ຮອງປະທານ ແລະຫົວໜ້າກໍາມະທິການ ອພສ ເມືອງ.

 ພະອາຈານ ສູນທອນ ຈັນທະວັງໂສ ກ່າວຕື່ມວ່າ: ກອງປະຊຸມໃຫຍ່ຂອງຜູ້ແທນພະສົງທົ່ວເມືອງນີ້ ແມ່ນເປັນນິມິດໝາຍອັນເຕີບໃຫຍ່ຂະຫຍາຍຕົວຂອງ ອພສ ເມືອງຄົງເຊໂດນ, ສະນັ້ນຜູ້ແທນພະສົງທົ່ວເມືອງຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ, ຍົກສູງນໍ້າໃຈເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງທີ VII ນີ້ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ທີ່ວາງໄວ້.

---------

ໜັງສືພີມເສດ