ໂຮງຮຽນມັດທະຍົມສົມບູນເມືອງໄຊ ໄຂສົກຮຽນໃໝ່

 ວັນທີ 1 ກັນຍາ 2020 ໂຮງຮຽນມັດທະຍົມສົມບູນເມືອງໄຊ ແຂວງອຸດົມໄຊ ຈັດພິທີໄຂສົກຮຽນໃໝ່ສົກຮຽນ 2020-2021 ໂດຍການເປັນປະທານຂອງທ່ານ ໄມ່ສີທອງ ທັນຂັນຕິ ອຳນວຍການໂຮງຮຽນ, ທ່ານ ໄຊອຸດົມ ກອງມະນີ ປະທານສະມາຄົມພໍ່ແມ່ນັກຮຽນ, ມີຄະນະອຳນວຍການ, ຄະນະຄູສຶກສານິເທດ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ການສຶກສາແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນ ບຸກຄົນ, ເປັນກໍາລັງແຮງ, ເປັນປັດໄຈສໍາຄັນຍິ່ງທີ່ມີລັກສະນະຕັດສິນກວ່າໝູ່ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝຍ້ອນເຫັນຄວາມສຳຄັນຍິ່ງຂອງວຽກ ງານການສຶກສາ, ພັກເຮົາຍາມໃດກໍ່ໃຫ້ທິດທາງ, ນະໂຍບາຍທີ່ໜັກ ແໜ້ນຕະຫຼອດມາວ່າ: ການສຶກສາ ຕ້ອງໄປກ່ອນກ້າວໜຶ່ງ.

  ຕະຫຼອດໄລຍະທີ່ຜ່ານມາລັດຖະບານທຸກຍຸກທຸກສະໄໝໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາຢ່າງບໍ່ຢຸດຢັ້ງ ແລະໄດ້ມີການພັດທະນາເປັນຮູບປະທຳຕະຫຼອດມາ ແລະຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປເພື່ອສ້າງ ຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະເພື່ອໃຫ້ກາຍເປັນກໍາລັງແຮງໃນການປົກປັກຮັກສາ ແລະສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າສືບຕໍ່ໄປຢ່າງບໍ່ຢຸດຢັ້ງ.

---------

ໜັງສືພິມເສດຖະກິດ-ສັງຄົມ