ສອງພາກສ່ວນຮ່ວມຈັບມືດ້ານທຸລະກິດ

  ໃນວັນທີ 28 ສິງຫາ 2020, ທີ່ສໍານັກງານໃຫຍ່ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພຈໍາກັດ, ໄດ້ຈັດພິທີເຊັນສັນຍາວ່າດ້ວຍການຮ່ວມມືລະຫວ່າງທະນາຄານເອຊີລີດາ ລາວ ຈຳກັດ ແລະບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈໍາກັດ, ຈຸດປະສົງເພື່ອເພີ່ມການພົວພັນ ແລະ ຮ່ວມມືສົ່ງເສີມໃຫ້ເກີດຜົນປະໂຫຍດສູງສຸດໂດຍການນຳສະເໜີຜະລິດຕະພັນ ແລະການບໍລິການທາງດ້ານການເງິນທີ່ດີທີ່ສຸດໃຫ້ແກ່ລູກຄ້າ.

  ເປັນກຽດໃນພິທີເຊັນສັນຍາຄັ້ງນີ້ໂດຍທ່ານ ດຣ. ຮາຍ ສະວາຍ ຜູ້ອໍານວຍການໃຫຍ່ທະນາຄານ ເອຊີລີດາ ລາວຈໍາ ກັດແລະທ່ານ ດຣ.ເສົາວັນນາອໍ ຜູ້ອຳນວຍການໃຫຍ່ບໍລິສັດ ຟໍເຕ-ໂຕໂກ ລາວ ປະກັນໄພ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານຂອງທັງສອງຝ່າຍໄດ້ເຂົ້າຮ່ວມເປັນສັກຄີພິຍານນຳ.

  ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນ ແລະບູລິມະສິດໃນການນຳໃຊ້ຜະລິດຕະພັນຕ່າງໆຂອງແຕ່ລະຝ່າຍເພື່ອເພີ່ມທະວີການຂາຍຜະລິດຕະພັນ, ການບໍລິການຄູ່ຮ່ວມທຸ ລະກິດ ແລະຮັບປະກັນໃນ ການຮັກສາຂໍ້ມູນເອກະສານລູກຄ້າໃນການດຳເນີນທຸລະກິດຂອງທັງສອງຝ່າຍ.

  ທະນາຄານເອຊີລີດາລາວຈຳກັດເປັນທະນາຄານລູກຂອງທະນາຄານເອຊີລີດາ ມະຫາຊົນ ເຊິ່ງເປັນທະນາຄານທີ່ນຳໜ້າໃນປະເທດກຳປູເຈຍ. ປະຈຸບັນ, ທະນາຄານເອຊີລີດາ ລາວ ມີພະນັກງານຫຼາຍກວ່າ 1.000 ຄົນທີ່ໃຫ້ບໍລິການລູກຄ້າໃນ 38 ສຳນັກງານທົ່ວປະເທດ, ມີຕູ້ເອທີເອັມ 56 ໜ່ວຍໃຫ້ບໍລິການ 24 ຊົ່ວໂມງ ແລະ mobile banking “ACLEDA ToanChet(ທັນໃຈ) ທີ່ລູກຄ້າສາມາດເຮັດທຸລະກຳໄດ້ທຸກວັນທຸກທີ່ທຸກເວລາ.

  ບໍລິສັດຟໍເຕ-ໂຕໂກລາວປະກັນໄພ ຈຳກັດເປັນບໍລິສັດລູກຂອງບໍລິສັດຟໍເຕ (ກຳປູເຈຍ) ຈາກການເລີ້ມຕົ້ນດຳເນີນທຸລະກິດໃນປີ 2007 ຈົນເຖິງປະຈຸບັນບໍລິສັດຟໍເຕ-ໂຕໂກໄດ້ມີການເຕີບໂຕຢ່າງເຂັ້ມແຂງ,ໂດຍວັດແທກຈາກຈຳນວນລູກຄ້າທີ່ມີຄວາມເພິ່ງພໍໃຈເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ, ດ້ວຍຄວາມມຸ່ງໝັ້ນຍົກສູງຄຸນນະພາບການບໍລິການ, ບໍລິສັດຟໍເຕ-ໂຕໂກ ໄດ້ມີເຄືອຂ່າຍຕົວແທນໃນ17 ແຂວງທົ່ວ ສປປ ລາວ.

 ທະນາຄານ ເອຊີລີດາ ລາວ ຈຳກັດ ຂໍຖືໂອກາດນີ້ສະແດງຄວາມຂອບໃຈຢ່າງເປັນຢ່າງສູງມາຍັງລູກຄ້າທຸກໆ ທ່ານທີ່ໃຊ້ຜະລິດຕະພັນແລະການບໍລິການຂອງທະນາຄານຂອງພວກເຮົາ. ທະນາຄານ ເອຊີລີດາ ຈະສືບຕໍ່ພັດທະນາລະບົບການບໍລິການແລະຜະລິດຕະພັນທີ່ທັນສະໄໝເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ.