ຄຳມ່ວນ ຕັ້ງເປົ້າລາຍຮັບ 674,8 ຕື້ກີບ 8 ເດືອນເກັບໄດ້ 57,4%

  ໃນປີ 2020 ແຂວງຄຳມ່ວນໄດ້ຮັບການມອບໝາຍຈັດເກັບລາຍຮັບງົບປະມານທັງໝົດ 674,8 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 8 ເດືອນເກັບໄດ້ 387,9 ຕື້ກີບເທົ່າກັບ 57,49% ຂອງແຜນປີໃນນັ້ນລາຍຮັບຂອງສູນກາງມີ 247,06 ຕື້ກີບ ສ່ວນອີກ140,9 ຕື້ກີບ ແມ່ນລາຍຮັບພູດແຂວງຂະນະທີ່ໝົດປີນີ້ທາງແຂວງຄາດ ການວ່າການຈັດເກັບລາຍຮັບພຽງແຕ່ 93,89% ຂອງແຜນການປີ.

  ໃນວັນທີ 27 ສິງຫາ 2020 ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນພ້ອມດ້ວຍບັນດາກົມທີ່ກ່ຽວຂ້ອງອ້ອມຂ້າງກະຊວງໄດ້ລົງເຄື່ອນໄຫວຊຸກຍູ້ການຈັດເກັບລາຍຮັບຢູ່ແຂວງຄຳມ່ວນໂດຍໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານການເງິນຂອງແຂວງໃນໄລຍະ 8 ເດືອນຕົ້ນປີ 2020 ຈາກທ່ານ ບຸນເລັ່ງ ກຸນອາວົງ ຫົວໜ້າພະແນກການເງິນແຂວງເຊິ່ງມີບັນດາຂະແໜງການຕ່າງໆອ້ອມຂ້າງພະແນກ ແລະຫ້ອງການການເງິນເມືອງໃນທົ່ວແຂວງເຂົ້າຮ່ວມ.

  ໃນປີ 2020 ແຂວງຄຳມ່ວນໄດ້ຮັບການມອບໝາຍຈັດເກັບລາຍຮັບງົບປະມານທັງໝົດ 674,8ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 8 ເດືອນຕົ້ນປີປະຕິບັດໄດ້ 387,9 ຕື້ກີບເທົ່າກັບ 57,4% ໃນນັ້ນລາຍຮັບຂອງສູນກາງມີ 416,8 ຕື້ກີບ, ປະຕິບັດໄດ້247,06 ຕື້ກີບເທົ່າກັບ 59,2%, ເບື້ອງລາຍຮັບຂອງແຂວງ 257,9 ຕື້ກີບ, ປະຕິບັດໄດ້ 140,9 ຕື້ກີບ ເທົ່າກັບ 54,63% ສ່ວນແຜນການຄາດຄະເນເກັບລາຍຮັບໝົດປີ 2020 ຈະໄດ້ທັງໝົດປະມານ 633,5ຕື້ກີບ ຫຼືເທົ່າກັບ 93,89% ຂອງແຜນການປີໃນນັ້ນລາຍຮັບຂອງສູນກາງ 375,6 ຕື້ກີບ  ແລະລາຍຮັບຂອງແຂວງ 257,9 ຕື້ກີບ.

  ສຳລັບການຈັດເກັບລາຍຮັບໃນໄລຍະຜ່ານມາທີ່ບໍ່ໄປຕາມແຜນການຄາດຄະເນແມ່ນຍ້ອນສິນຄ້າສ່ວນຫຼາຍໄດ້ຮັບການຫຼຸດຜ່ອນອັດຕາພາສີຫຼືຖືກຍົກເວັ້ນຕາມຂອບຂອງສິນຄ້າອາຊຽນ ແລະຂອບຕ່າງໆທີ່ ສປປ ລາວ ເປັນພາຄີອີກຈຳນວນໜຶ່ງແມ່ນຕິດພັນກັບນະໂຍບາຍທາງດ້ານພາສີ-ອາກອນຕາມກົດໝາຍສົ່ງເສີມການລົງທຶນ, ການແຜ່ລະບາດຂອງພະຍາດທີ່ສົ່ງຜົນກະທົບໂດຍລວມທາງດ້ານເສດຖະກິດ, ການສົ່ງອອກ, ການນຳເຂົ້າສິນຄ້າ, ລາຍຮັບຈາກຄ່າທຳນຽມພາຫະນະ ແລະຜູ້ໂດຍສານມີການຫຼຸດລົງ.

  ກອງປະຊຸມດັ່ງກ່າວຍັງໄດ້ປະກອບຄຳຄິດເຫັນຂອງຄະນະຊຸກຍູ້ເກັບລາຍຮັບ ແລະບັນດາຂະແໜງການເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກຕໍ່ການຈັດເກັບລາຍຮັບໃນປີ 2020.

  ໂອກາດດຽວກັນທ່ານຮອງລັດຖະມົນຕີກະຊວງການເງິນໄດ້ມີທິດຊີ້ນຳເພື່ອເປັນບ່ອນອີງເຮັດໃຫ້ການເກັບລາຍຮັບມີຄວາມສະດວກພ້ອມທັງສະເໜີໃຫ້ຂະແໜງການເງິນແຂວງໃຫ້ເພີ່ມທະວີໃນການຕິດຕາມ, ຊຸກຍູ້, ແນະນຳແລະເຜີຍແຜ່ບັນດານິຕິກຳທີ່ເປັນເຄື່ອງມືໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ໃຫ້ຮັບຮູ້ ແລະເຂົ້າໃຈໄປໃນລວງດຽວກັນ, ຊອກຫາແຫຼ່ງລາຍຮັບບົ່ມຊ້ອນເພື່ອເປັນຖານຂໍ້ມູນໃນການສ້າງແຜນການຈັດເກັບລາຍຮັບພ້ອມທັງສືບຕໍ່ບຸກບືນການຈັດເກັບລາຍຮັບໃນໄລຍະ 4 ເດືອນທ້າຍປີໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.    

----------------

ຂ່າວ: ກອງຄຳ  

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ