ຢູນີເຊັບ ມອບລົດ 1 ຄັນ ແກ່ ຜທ

  ອົງການຢູນີເຊັບປະຈຳລາວ ໄດ້ມອບ-ພາຫະນະຈຳນວນ 1 ຄັນໃຫ້ແກ່ກະຊວງແຜນການ ແລະການລົງທຶນ (ຜທ) ເພື່ອຮັບໃຊ້ໃນການລົງຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດແຜນງານທີ່ໄດ້ຮັບການສະໜັບສະໜູນຈາກອົງການຢູນີເຊັບຢູ່ຂັ້ນທ້ອງຖີ່ນໂດຍສະເພາະຢູ່ບັນດາແຂວງເປົ້າໝາຍຂອງແຜນງານຮ່ວມມືລະຫວ່າງລັດ ຖະບານລາວ ແລະອົງການຢູນີເຊັບພິທີມອບ-ຮັບລົດດັ່ງກ່າວຈັດຂຶ້ນໃນວັນທີ 28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນເຂົ້າຮ່ວມມີທ່ານ ນາງ ສີສົມບູນ ອຸນາວົງຫົວໜ້າກົມຮ່ວມມືສາກົນກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ປອ ເພຍບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

  ທ່ານນາງ ສີສົມບູນ ອຸນາວົງ ກ່າວວ່າ: “ການສະໜັບສະໜູນຄັ້ງນີ້ແມ່ນເປັນການປະກອບສ່ວນອັນສຳຄັນໃນວຽກງານການຕິດຕາມ-ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງແຜນງານຢ່າງເປັນປົກກະຕິຢູ່ບັນດາແຂວງເມືອງ ແລະ ຊຸມຊົນທີ່ນອນຢູ່ໃນແຜນງານການຮ່ວມມືລະຫວ່າງລັດຖະບານລາວ ແລະ ອົງ ການຢູນີເຊັບ ແລະໃນໂອກາດດັ່ງກ່າວ, ຂໍສະ ແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການຢູນີເຊັບທີ່ໄດ້ປະກອບສ່ວນສະໜັບສະໜູນດັ່ງກ່າວ ແລະພວກເຮົາຈະນຳໃຊ້ພາຫະນະດັ່ງກ່າວໃນວຽກງານຕົວຈິງຢ່າງມີປະສິດທິຜົນໂດຍສະເພາະແມ່ນການຕິດຕາມກິດຈະກຳຊຸກຍູ້ ແລະຊ່ວຍເຫຼືອແມ່ຍິງ ແລະເດັກນ້ອຍຢູ່ທ້ອງຖິ່ນ”.

 ສ່ວນທ່ານນາງ ປີອາ ບຣີໂຕ ກ່າວວ່າ “ເພື່ອສະໜັບສະໜູນພາກລັດໃນການເສີມສ້າງຄວາມອາດສາມາດໃນການຊອກຫາຫຼັກຖານເພື່ອສ້າງຜົນຮັບໃຫ້ແກ່ແມ່ຍິງ ແລະເດັກນ້ອຍ, ອົງການຢູນີເຊັບຈະສືບຕໍ່ສະໜັບສະໜູນກະຊວງແຜນການ ແລະການລົງທຶນໃນການເສີມສ້າງຄວາມພ້ອມຂອງຂໍ້ມູນ ແລະ ການນຳໃຊ້ຂໍ້ມູນສຳລັບການວາງແຜນ,ການຕິດຕາມກວດກາແລະການສ້າງງົບປະມານທີ່ອີງໃສ່ຫຼັກຖານ, ໂດຍແນໃສ່ແນວທາງຮວບຮວມວິເຄາະທາງເລືອກທີ່ມີ ແລະເພື່ອນຳໃຊ້ບົດຮຽນທີ່ໄດ້ຖອດຖອນມາຈາກສອງແຂວງເປັນພື້ນຖານອົງການຢູນີເຊັບຈະສືບຕໍ່ຊ່ວຍເຫຼືອລັດຖະບານພັດທະນາພະນັກງານລັດໃນລະດັບທ້ອງຖິ່ນໃນການໃຫ້ບໍລິການທາງສັງຄົມທີ່ມີຄຸນນະ ພາບ ແລະຮັບປະກັນວ່າພວກເຂົາມີຄວາມຮູ້ ແລະເຄື່ອງມືທີ່ພວກເຂົາຕ້ອງການເພື່ອບັນລຸໜ້າທີ່ຂອງພວກເຂົາ”.