ເຜີຍແຜ່ການຈັດຕັ້ງເປົ້າໝາຍພັດທະນາແບບຍືນຍົງແກ່ພາກເອກະຊົນ

 ວັນທີ 28 ສິງຫາ 2020 ກອງຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ພາກເອກະຊົນ ແລະຫົວໜ່ວຍທຸລະກິດຢູ່ ສປປ ລາວ ທີ່ນະຄອນຫຼວງວຽງຈັນໂດຍເປັນປະທານທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຫົວໜ້າກົມອົງການຈັດຕັ້ງກະຊວງການຕ່າງປະເທດທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດບັນດາຫົວໜ່ວຍທຸລະກິດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ກອງປະຊຸມຄັ້ງນີ້ໄດ້ຈັດຕັ້ງເຜີຍແຜ່ວາລະ 2020 ເພື່ອການພັດທະນາແບບຍືນຍົງໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຢູ່ລາວເພື່ອໂຄສະນາເຜີຍແຜ່ສ້າງຄວາມຮູ້ ແລະສົ່ງເສີມການມີ ສ່ວນຮ່ວມພາກເອກະຊົນ ແລະຫົວໜ່ວຍທຸລະກິດຍົກລະດັບເຂົ້າໃຈກ່ຽວກັບວຽກງານ ປພຍ ໃຫ້ແກ່ຂະແໜງການກ່ຽວຂ້ອງໃຫ້ຫຼາຍຂຶ້ນ ຄ່ຽງຄູ່ກັນນັ້ນກອງປະຊຸມຍັງໄດ້ປຶກສາຫາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນລວມທັງຮັດແໜ້ນການປະສານການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນການປະກອບສ່ວນຢ່າງຕັ້ງໜ້າເຂົ້າການຈັດຕັ້ງປະຕິບັດ ປພຍ ຢູ່ປະເທດເຮົາກໍຄືພັດທະນາເສດຖະກິດ-ສົງຄົມແຫ່ງຊາດ.

 ໂອກາດນີ້ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງການຮ່ວມມືຂອງທຸກພາກສ່ວນໃນສັງຄົມໂດຍສະເພາະແມ່ນການມີສ່ວນຮ່ວມຂອງພາກເອກະຊົນ ແລະບັນດາຫົວໜ່ວຍທຸລະກິດຊຶ່ງເປັນຂະແໜງການໜຶ່ງທີ່ມີພາລະບົດບາດສຳຄັນບໍ່ພຽງແຕ່ສະໜອງທຶນຮອນເທົ່ານັ້ນແຕ່ຍັງເປັນຄູ່ຮ່ວມພັດທະ ນາໃນການຈັດຕັ້ງປະຕິບັດປພຍແລະການຈັງຕັ້ງແຜນພັດທະນາເສດຖະກິດ-ແຫ່ງຊາດສັງຄົມນອກນັ້ນຍັງໄດ້ສົນທະນາປະກອບຄຳເຫັນພາຍໃຕ້ຫົວຂໍ້ພວກເຮົາຈະສາມາດຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະເອກະຊົນ, ລວມທັງປະກອບສ່ວນຂອງພາກເອກະຊົນໄດ້ແນວໃດເພື່ອສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ”.

  ການຈັດກອງປະຊຸມໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງກົນໄກການຈັດຕັ້ງປະຕິບັດ ປພຍ ຢູ່ລາວພາຍຫຼັງໄດ້ມີການຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງອົງການ ສປຊ ໃນປີ 2015ຊຶ່ງການຈັດຕັ້ງປະຕິບັດ ປພຍ ແມ່ນໜ້າທີ່ຂອງທຸກໆຄົນໃນສັງຄົມຕ້ອງເຂົ້າຮ່ວມແນ່ໃສ່ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນທົ່ວສັງຄົມ ແລະ ເຫັນໄດ້ເຖິງຄວາມໝາຍສຳຄັນຂອງການບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ລັດຖະບານແຫ່ງ ສປປ ລາວ ໄດ້ວາງແນວທາງນະໂຍບາຍເພື່ອສ້າງຮັບປະກັນການມີສ່ວນຮ່ວມປະກອບສ່ວນກ່ຽວຂ້ອງເຂົ້າໃນຂະບວນການສ້າງສາພັດທະນາປະເທດຊາດ.