ໂຕໂຢຕ້າ ນໍາສະເຫນີລົດຟໍຈູນເນີ້ລຸ້ນໃໝ່

ບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ໄດ້ຈັດງານເປີດໂຕລົດໃຫຍ່ອະເນກປະສົງ ຟໍຈູນເນີ້ (Fortuner)ລຸ້ນໃໝ່ລ່າສຸດໃນວັນທີ 28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ ໂດຍເປັນການຈັດງານເປີດຕົວລົດຜ່ານທາງສື່ສັງຄົມອອນລາຍ.

  ທ່ານ ມາຊາອາກິ ຄາວາບາຕະ ອໍານວຍການຂອງບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ກ່າວວ່າ: ລົດໂຕໂຢຕ້າຟໍຈູນເນີ້ ຸ້ນໃໝ່ເປັນລົດໃຫຍ່ອະເນກປະສົງທີ່ມີຄວາມສວຍ ງາມ, ຖືກອອກແບບ ແລະ ພັດທະນາ ດ້ວຍເຕັກກໂນໂລຍີ ນະວັດຕະກຳໃໝ່ຂອງໂຕໂຢຕ້າໃຫ້ມີຄວາມສວຍງາມທັນສະໄໝທັງພາຍນອກ ແລະພາຍໃນພ້ອມລະບົບຄວາມປອດໄພສູງສູດເພື່ອໃຫ້ໄດ້ມີຄວາມອຸ່ນໃຈ ແລະໝັ້ນໃຈທຸກຄັ້ງໃນທຸກການຂັບຂີ່.

   ລົດໂຕໂຢຕ້າ ຟໍຈູນເນີ້ ລຸ່ນໃໝ່ນີ້ ມີການພັດທະນາປັບປຸງ 5 ຫົວຂໍ້ສໍາຄັນດັ່ງນີ້:

1) ດ້ານການອອກແບບໄດ້ຮັບການອອກແບບໃໝ່ໃຫ້ທັນສະໄໝຫຼາຍຂຶ້ນໃນນີ້ຈຸດປ່ຽນພາຍນອກໄດ້ແກ່ຕາໄຟໜ້າ ແລະໄຟຫຼັງໄດ້ອອກແບບໃໝ່ເພີ່ມຄວາມໂດດເດັ່ນໃນຍາມກາງຄືນ, ກະຈັງໜ້າ, ກັນຊົນໜ້າ, ຂອບໄຟຕັດໝອກ, ລໍ້ຂອບ 18 ລາຍໃໝ່; ສ່ວນຈຸດປ່ຽນພາຍໃມີແຜງໜ້າປັດອອກແບບໃໝ່ທີ່ທັນສະໝກວ່າເກົ່າພ້ອມຈໍສະແດງຜົນທີ່ສະແດງໃຫ້ເຫັນວົງລໍ້ເວລາໝູນພວງມະໄລ, ສະແດງລະບົບເຕືອນໜ້ຫຼັ ແລະລະບົບຄວາມໄວຕ່າງໆ, ຈໍສະແດງຜົນຂະໜາດ 8 ນິ້ວ ພ້ອມເຄື່ອງສຽງໃໝ່ຄຸນນະພາບດີກວ່າເກົ່າສາມາດຮອງຮັບລະບົບ Apple Car Play, Android & iOS, Miracastທີ່ເຊື່ອມຕໍ່ໄດ້ງ່າຍດາຍ. 

2)້ານສະມັດຖະນະການຂັບຂີ່ເພີ່ມແຮງມ້າ ແລະແຮງບິດຂຶ້ນໂດຍເພີ່ມແຮງມ້າຈາກ177Ps ເປັນ 204Ps, ແຮງບິດ ຈາກ 450Nm ເປັນ 500Nm, ພວງມາ ໄລສຳພັດນຸ້ມນວນເປັນພວງມະໄລພາວເວີ້ໂດຍນໍາໃຊ້ລະບົບ VFC ມາຊ່ວຍປັບນໍ້າໜັກຂອງພວງມະໄລໃຫ້ເໝາະສົມກັບຄວາມໄວຂອງລົດທຸກຊ່ວງໄລຍະເຊິ່ງນອກຈາກການຂັບຂີ່ທີ່ນຸ້ມນວນແລ້ວຍັງຊ່ວຍປະຢັດນໍ້າມັນຂຶ້ນຕື່ມອີກ. 

3) ດ້ານປະສິດຕິພາບການໃຊ້ເຊື້ອເພິງປະຫຍັດນໍ້າມັນຂຶ້ນ 4% ຈາກລຸ້ນປະຈຸບັນ.

4) ດ້ານຄວາມສະດວກສະບາຍປັບປຸງເຄື່ອງສຽງອອກແບບໃໝ່ຫນ້າຈໍສໍາພັດ 8ນິ້ວ, ເຊື່ອມຕໍ່ວ່ອງໄວດ້ວຍລະບົບ Apple Car Play, Android & iOS ແລະ Miracast, ຫ້ອງໂດຍສານພາຍໃນທີ່ໂອ່ໂຖງກວ້າງຂວາງສະດວກສະບາຍຫຼາຍຂຶ້.

5) ດ້ານຄວາມປອດໄພມີລະບົບເຊັນເຊີ້ 06ຈຸດ: ໜ້າ 2 ຫລັງ 4, ແຈ້ງເຕືອນດ້ວຍສຽງ, ແຈ້ງເຕືອນໃນຫນ້າຈໍດ້ານກາງ, ລະບົບຊ່ວຍປ້ອງກັນການອອກລົດຜິດວິທີ ຫຼືເອີ້ນວ່າ Drive Start Control ຊຶ່ງຈະຊ່ວຍໃຫ້ຜູ້ຂັບຂີ່ຫມັ້ນໃຈໃນຄວາມປອດໄພກໍລະນີອອກລົດຜິດວິທີ ຫຼືຢຽບຄັນເລັ່ງແຮງຜິດປົກກະຕິເວລາຖອຍ ຫຼືອອກໂຕໃນມູມແຄບເຊິ່ງອາດເກີດການຕໍາໄດ້ແຕ່ລະບົບ DSC ຈະຊ່ວຍຊະລໍ ຫຼືດຶງແຮງຈັກລົງແລະຊ່ວຍໃນການເບກຂອງລົດໂດຍບໍ່ກໍ່ໃຫ້ເກີດການຕໍາໄດ້.

  ພາຍໃນງານດັ່ງກ່າວຍັງມີການເປີດໂຕຮູບເງົາຄັ້ງທຳອິດຂອງໂຕໂຢຕ້າໃນລາວເພື່ອມອບຄວາມບັນເທີງໃຫ້ທຸກຄົນໃນຊ່ວງການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍຮູບເງົານີ້ເປັນຮູບເງົາສັ້ນທີ່ມີຄວາມມ່ວນຊື່ນຕື່ນເຕັ້ນເພື່ອ ປຸກພະລັງໃນຕົວທ່ານ ສູ່ເປ້າໝາຍທີ່ ເໜືອກວ່າແລະ ໃຫ້ຊີວິດທີ່ເໜືອລະດັບສຳ ລັບທ່ານ.

  ແນວໃດກໍດີທ່ານໃດທີ່ສົນໃຈສາມາດເຂົ້າເບີ່ງລົດໂຕຈິງພ້ອມສອບຖາມລາຍລະອຽດຕ່າງໆ ໄດ້ທີ່ຫ້ອງຂາຍໂຕໂຢຕ້າທຸກສາຂາທົ່ວປະເທດ.