ມາຊານປ່ອຍລຳໂພງແອມເບີຕັນລຸ້ນໃໝ່ ລຸຍນໍ້າລຸຍຝົນແບັດເຕີຣີໃຊ້ດົນກວ່າ 20 ຊົ່ວໂມງ

   Marshall ປ່ອຍລຳໂພງ Emberton ລຸ້ນໃໝ່ທີ່ມີຄຸນນະພາບສຽງທີ່ເປັນເອກະລັກໃນສະໄຕລວິນເທຈຂະໜາດກະທັດຮັດພໍດີມີນໍ້າໜັກພຽງ 0,7 ກິໂລກຣາມ ຈຶ່ງພົກພາສະດວກເໝາະສຳລັບການຖືໄປສ້າງຄວາມບັນເທີງໄດ້ທຸກທີ່ໂດຍບໍ່ຕ້ອງຢ້ານນໍ້າຢ້ານຝົນເພາະສາມາດກັນນໍ້າທີ່ຮັບຮອງດ້ວຍ IPx7 ແຊ່ຢູ່ໃນນໍ້າເລິກໄດ້ບໍ່ເກີນ 1 ແມັດແລະພາຍໃນເວລາ 30 ນາທີ.

  Emberton ໃຫ້ສຽງທີ່ດັງສົດໃສໃນຫຼາຍທິດທາງບໍ່ວ່າຈະຢູ່ມູມໃດກໍໄດ້ຍິນຊັດເຈນເປີດໃຊ້ງານໄດ້ດົນກວ່າ 20 ຊົ່ວໂມງຕໍ່ການສາກ 1 ຄັ້ງແບບເຕັມ 3 ຊົ່ວໂມງ ສາ ມາດສາກໄດ້ຢ່າງໄວໃນເວລາ 20 ນາທີ ສຳລັບການເປີດຫຼິ້ນ 5 ຊົ່ວໂມງການເຊື່ອມຕໍ່ບໍ່ມີສາຍດ້ວຍເຕັກໂນໂລຊີ Bluetooth 5.0 ຊ່ວຍໃຫ້ທ່ານສາມາດເຊື່ອມຕໍ່ໃຊ້ ງານຮ່ວມກັບອຸປະກອນອື່ນໆໃນໄລຍະ 10 ແມັດໄດ້ຢ່າງງ່າຍດາຍການຫຼິ້ນເພງແບບບໍ່ມີສາຍ ແລະໃຫ້ຄຸນນະພາບສຽງອອກມາໄດ້ຢ່າງຍອດຍ້ຽມ.

 ນອກຈາກນີ້ຍັງມີປຸ່ມຄວບຄຸມຫຼາຍທິດທາງສຳລັບໃຊ້ສັ່ງຫຼິ້ນຢຸດຊົ່ວຄາວຂ້າມແທຣັກປັບລະດັບສຽງ ແລະເປີດ/ປິດລວມທັງປຸ່ມຈັບຄູ່ບລູທູທ ແລະແຖບບອກລະດັບພະລັງງານແບັດເຕີຣີລຳໂພງ Ember ton ລຸ້ນໃໝ່ເປີດໃຫ້ສັ່ງຊື້ໄດ້ແລ້ວຜ່ານເວັບໄຊຂອງ Marshall ໃນລາຄາ 159 ໂດລາສະຫະລັດ.