ທະນາຄານເອຊີລີດາລາວຈຳກັດ ມີລູກຄ້າສິນເຊື່ອເງິນດ່ວນ ແລະເງິນກູ້ເພດຍີງກວມກວ່າ 50%

  SMEs ແມ່ນວິສາຫະກິດຂະໜາດນ້ອຍ ແລະກາງທີ່ຈົດທະບຽນ ແລະດຳເນີນງານຕາມກົດໝາຍແຫ່ງ ສປປ ລາວ ແລະຈັດປະເພດຂະໜາດຕາມຈຳນວນສະເລ່ຍຂອງພະນັກງານ, ຊັບສິນລວມ ແລະ ລາຍຮັບປະຈຳປີ ການປະເມີນທາງການເງິນ, ລວມທັງສິນເຊື່ອເງິນດ່ວນ ແລະ ການປ່ອຍສິນເຊື່ອໄລຍະສັ້ນ ແລະຍາວເປັນປັດໃຈທີ່ສຳຄັນສຳລັບການພັດທະນາ SME ແລະປະກອບສ່ວນເຂົ້າໃນເສດຖະກິດສັງຄົມໂດຍສະເພາະລູກຄ້າ, ຜູ້ປະກອບການ ແລະນັກທຸລະກິດທີ່ເປັນແມ່ຍິງ.
  ທະນາຄານເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດໃນການເປັນຜູ້ນຳທາງດ້ານທະນາຄານເພື່ອ SME ໃນ ສປປ ລາວ ມີແຜນຕັ້ງເປົ້າໝາຍໄວ້ທີ່ມູນຄ່າຫຼາຍຕື້ກີບສຳລັບປ່ອຍສິນເຊື່ອໃຫ້ແກ່ທຸກພາກສ່ວນໃນທົ່ວປະເທດໂດຍສະເພາະລູກຄ້າ, ຜູ້ປະອບການທີ່ເປັນແມ່ຍິງ ແລະນັກທຸລະກິດຍິງ ແລະ ຂະ ແໜງ SME. ໂດຍອີງໃສ່ຄວາມຕ້ອງການ ແລະເງື່ອນໄຂ, ລູກຄ້າສາມາດກູ້ຢືມສິນເຊື່ອເງິນດ່ວນຂອງທະນາຄານເອຊີລີດາໄດ້ພາຍໃນ 2 ວັນ.
  ສຳລັບການໝູນວຽນເງິນສົດໃນໄລຍະສັ້ນລຍະສັ້ນ, ລູກຄ້າ ແລະວິສາຫະກິດຂະໜາດນ້ອຍ ແລະກາງສາມາດນຳໃຊ້ສິນເຊື່ອໄລຍະສັ້ນທີ່ມີໄລຍະເວລາກູ້ຢືມເຖິງ 1 ປີ ດ້ວຍອັດຕາດອກເບ້ຍທີ່ໜ້າສົນໃຈເລີ່ມຕົ້ນ 7,99% ຕໍ່ປີ ວິສາຫະກິດຂະໜາດກາງ ແລະໃຫຍ່ສາມາດກູ້ສິນເຊື່ອໄລຍະຍາວທີ່ມີວົງເງິນສູງເຖິງ 20 ຕື້ກີບ. ການປ່ອຍສິນເຊື່ອໃຫ້ລູກຄ້າທີ່ເປັນແມ່ຍິງ,ຜູ້ປະກອບການ,ນັກທຸລະກິດຍິງກວມເອົາຫລາຍກວ່າ 50% ຮອດເດືອນກໍລະກົດ 2020, ທະນາຄານ ເອຊີລີດາ ລາວ ປ່ອຍສິນເຊື່ອໃຫ້ລູກຄ້າເກືອບ 2 ແສນຄົນ ດ້ວຍຈຳນວນເງິນປ່ອຍກູ້ 760 ລ້ານໂດລາ ທຽບເທົ່າກັບເງິນກີບ.
 ນອກຈາກໃນຖານະເປັນທະນາຄານ SME ແລະມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ Mobile App” ເອຊີລີດາ ຕອນເຈັດ (ທັນໃຈ)” ທະນາຄານເອຊີລີດາລາວ ຈຳກັດ ຍັງມີໂອກາດໃຫ້ບໍລິການລູກຄ້າທຸກລະດັບດ້ວຍຜະລິດຕະພັນທີ່ຫລາກຫລາຍ, ການຊຳລະໃບບິນ, ການຕື່ມມູນຄ່າໂທ, ຕູ້ເອທີເອັມ (ຍິນດີຕ້ອນຮັບບັດຂອງ 14 ທະນາຄານເພື່ອຖອນເງິນຈາກຕູ້ ATM ຂອງທະນາຄານ ເອຊີລີດາ) ແລະການບໍລິການອື່ນໆອີກ.
  ສະເຫຼີມສະຫຼອງ 12 ປີ ແຫ່ງການດຳເນີນທຸລະກິດໃນ ສປປ ລາວ, ທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ຮັບການຍອມຮັບວ່າເປັນທະນາຄານທຸລະກິດອັນດັບ 1 ທີ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃນຂະແໜງການທະນາຄານໃຫ້ແກ່ປະຊາຊົນລາວ ແລະ ເປັນທະນາຄານແຫ່ງທຳອິດໃນ ສປປ ລາວ ທີ່ໃຫ້ບໍລິການຖອນເງິນສົດຜ່ານຕູ້ເອທີເອັມໂດຍບໍ່ໃຊ້ບັດດ້ວຍການໃຊ້ລະຫັດ OTP. ໃນລະດັບພາກພື້ນ, ກຸ່ມທະນາຄານເອຊີລີດາປະກອບມີທະນາຄານເອຊີລີດາມະຫາຊົນສ້າງຕັ້ງຂຶ້ນໃນປີ 1993 ແລະມີບໍລິສັດລູກທີ່ດຳເນີນທຸລະກິດຢູ່ປະເທດກຳປູເຈຍ, ລາວ ແລະມຽນມາດ້ວຍຊັບສິນທັງໝົດຫຼາຍກວ່າ 6 ຕື້ໂດລາສະຫະລັດ, 316 ສາຂາ-ສຳ ນັກງານ, 703 ຕູ້ ATM, ໃຫ້ບໍລິການລູກຄ້າຫຼາຍລ້ານຄົນ ແລະບໍລິການໂອນເງິນໄປທົ່ວໂລກ.

--------------

ໜັງສືພິມເສດຖະກິດ-ສັງຄົມ