ສຶກສາເມືອງອາດສະພອນ ສະຫຼຸບວຽກປະຈຳປີ

    ເມື່ອອາທິດຜ່ານມາທີ່ສະໂມສອນຂອງເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດກອງ ປະຊຸມສະຫຼຸບວຽກງານການສຶກສາປະຈຳສົກປີ 2019-2020 ແລະວາງທິດທາງແຜນການ 2020- 2021 ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕະວັນ ຫົວໜ້າຫ້ອງການສຶກສາທິການ ແລະກີລາແຂວງ, ທ່ານ ນາງ ພອນທະວີ ລາດບໍວອນ ຮອງເຈົ້າເມືອງ ອາດສະພອນ, ທ່ານ ບຸນລັດ ລໍ ບານເຢັນ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີບັນດາພະນັກງານຄູ-ອາຈານ, ຜູ້ອຳນວຍການໂຮງຮຽນໃນທົ່ວເມືອງເຂົ້າຮ່ວມ.

   ທ່ານ ສີສົມບັດ ເກດເກສອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງກໍ່ໄດ້ຜ່ານບົດສະຫຼຸບວຽກງານການສຶກສາສົກປີ 2019-2020 ແລະວາງທິດທາງ ແຜນການສົກປີ 2020-2021 ຂອງຫ້ອງການສຶກສາທິການ ແລະກີລາເມືອງ ໂດຍການຈັດຕັ້ງປະຕິ ບັັດວຽກງານການສຶກສາໃນໄລຍະ ຜ່ານມາເຫັນວ່າມີຜົນງານຫຼາຍ ດ້ານທີ່ພົ້ນເດັ່ນ ແລະຍາດມາໄດ້ ເປັນຕົ້ນແມ່ນການພົວພັນຍາດແຍ່ງ ເອົາການຊ່ວຍເຫຼືອຈາກໂຄງການ ຕ່າງໆ ຊຶ່ງໃນທົ່ວເມືອງໄດ້ຈັດຕັ້ງ ປະຕິບັດໂຄງການອາຫານກາງ ເວັນມີ: 61 ໂຮງຮຽນ, ໂຄງການ ບີຄວາ (bequal) ມີ 9 ໂຮງ ຮຽນ, ໂຄງການສົ່ງເສີມການອ່ານ (SCI) ມີ 29 ໂຮງຮຽນ ແລະ ໂຄງການພັດທະນາເຂດຈຸດສຸມ (ສຸພານິມິດ), ຈຳນວນລັດຖະກອນ ສຶກສາໃນທົ່ວເມືອງມີທັງໝົດ 748 ຄົນ, ຍິງ 413 ຄົນ, ອາສາສະໝັກ ມີ 152 ຄົນ, ຍິງ 133 ຄົນ ແລະ ບັນຈຸໃໝ່ສົກຮຽນນີ້ມີ 13 ຄົນ, ຍິງ 11 ຄົນ ໃນນັ້ນບໍລິຫານ 1 ຄົນ, ສ່ວນການສຶກສາກ່ອນໄວຮຽນ ຊຶ່ງໃນທົ່ວເມືອງມີໂຮງຮຽນຝາກເດັກ 3 ແຫ່ງ ແລະໂຮງຮຽນອະນຸບານ 46 ແຫ່ງ, ໂຮງຮຽນປະຖົມ 99 ແຫ່ງ,ປະຖົມສົມບູນ 83 ແຫ່ງ, ມັດທະຍົມຕອນຕົ້ນ 14 ແຫ່ງ ມັດທະຍົມຕອນປາຍ 6 ແຫ່ງນອກ ນັ້ນຍັງໄດ້ບໍາລຸງຍົກລະດັບຊັ້ນປະຖົມສຳລັບປະຊາຊົນເພື່ອລຶບລ້າງຄວາມບໍ່ຮູ້ໜັງສື-ບໍາລຸງຍົກລະດັບ ຊັ້ນປະຖົມໃຫ້ເແກ່ປະຊາຊົນໃນກຸ່ມ ເປົ້າໝາຍມີຈຳນວນ 6 ບ້ານຄື: ບ້ານຄຳແກ້ວ, ບ້ານນາເຈັດໂຕ, ບ້ານພະນອມພອນ, ບ້ານຜັກກະ ດາ, ບ້ານໂພນນາດີ ແລະບ້ານນາ ຍອນ.

---------

ໜັງສືພິມເສດຸະກິດ-ສັງຄົມ