ໄຊບູລີ ປະຊຸມຜູ້ບໍລິຫານການສຶກສາ

  ເມື່ອອາທິດຜ່ານມານີ້ ຈຶ່ງ ໄດ້ມີການຈັດກອງປະຊຸມຜູ້ບໍລິຫານ ການສຶກສາ ແລະກີລາທົ່ວເມືອງ ໄຊບູລີປະຈໍາສົກຮຽນປີ 2019-2020 ທີ່ສະໂມສອນຂອງຫ້ອງ ການສຶກສາທິການ ແລະກີລາເມືອງ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ສີວິໄລ ອິນທະລືໄຊ ຮອງເຈົ້າເມືອງໄຊບູລີ, ທ່ານ ຖາວອນ ອິນສີຊຽງໃໝ່ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງສະຫັວນນະເຂດ, ຄະນະຫ້ອງການສຶກສາທິການ ແລະກີລາ ເມືອງໄຊບູລີ, ມີບັນດາພະ ນັກງານ ຫຼັກແຫຼງພາຍໃນຫ້ອງການສຶກສາ ເມືອງ, ແຂກທີ່ຖືກເຊີນ ແລະຜູ້ບໍລິຫານຄູ-ອາຈານຂອງແຕ່ລະໂຮງຮຽນໃນທົ່ວເມືອງໄຊບູລີເຂົ້າຮ່ວມ.

  ສໍາລັບການຈັດກອງປະຊຸມໃນ ຄັ້ງນີ້້ທ່ານ ສຸດສາຄອນ ນັນທະນົນຕີ ກໍ່ໄດ້ຂຶ້ນຜ່ານສະຫຼຸບຕີລາ ຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການສຶກສາໃນທົ່ວ ເມືອງ ແລະວາງທິດທາງແຜນການໃນສົກປີ 2020-2021 ຊຶ່ງໄດ້ ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກງານຜ່ານມາ, ເຫັນວ່າປະຕິ ບັດໄດ້ຕາມລະດັບຄາດໝາຍແຕ່ກໍ່ຍັງມີບາງດ້ານທີ່ຍັງບໍ່ສາມາດປະຕິ  ບັດໄດ້ຕາມແຜນການທີ່ວາງໄວ້.

    ໃນທົ່ວເມືອງໄຊບູລີ ມີພະນັກ ງານລັດຖະກອນຄູທັງໝົດ 531 ຄົນ, ຍິງ 366 ຄົນ, ພະນັກງານບໍ ລິຫານຢູ່ຫ້ອງການສຶກສາທິການ ແລະກີລາມີທັງໝົດ 34 ຄົນ, ຍິງ 10 ຄົນ, ສອນຢູ່ໂຮງຮຽນມີ 491 ຄົນ, ຍິງ 355  ຄົນໃນນັ້ນຄູສຶກສາ ນິເທດ 6 ຄົນ, ຍິງ 3 ຄົນ, ຄູ-ອາສາສະໝັກ 219 ຄົນ, ຍິງ 179 ຄົນ, ໃນທົ່ວເມືອງໄຊບູລີ ມີໂຮງ ຮຽນລ້ຽງເດັກ ແລະອະນຸບານ 1 ແຫ່ງມີ 2 ຫ້ອງມີນັກຮຽນທັງໝົດ 37 ຄົນ, ຍິງ 12, ໂຮງຮຽນອະນຸ ບານ 31 ແຫ່ງ ມີ 71 ຫ້ອງມີຄູ ສອນທັງໝົດ 42 ຄົນ, ຄູອາສາສະໝັກ 40 ຄົນ ມີນັກຮຽນ 1.557 ຄົນ, ຍິງ 757 ຄົນ, ໂຮງຮຽນປະ ຖົມ 72 ແຫ່ງ,ປະຖົມສົມບູນ 63 ແຫ່ງ, ມູນປະຖົມ 9 ແຫ່ງ, ມີຫ້ອງຮຽນທັງໝົດ 271 ຫ້ອງ ມີຫ້ອງ ຄວບ 81 ຫ້ອງ ມີຄູສອນ 227  ຄົນ, ຍິງ 165 ຄົນ ອາສາສະໝັກ 45 ຄົນ, ຍິງ 41 ຄົນ, ມີນັກຮຽນ ທັງໝົດ 5,145 ຄົນ, ຍິງ 2.516 ຄົນ, ມີໂຮງຮຽນມັດທະຍົມຕອນ ຕົ້ນ 8 ແຫ່ງຈໍນວນນັກຮຽນ 3.357 ຄົນ, ຍິງ 1.752 ຄົນ, ມີຄູສອນ 139 ຄົນ, ຍິງ 78 ຄົນ, ຄູອາສາ 45 ຄົນ, ຍິງ 27 ຄົນ, ມີທັງໝົດ 102 ຫ້ອງຮຽນ, ຊັ້ນມັດທະຍົມຕອນປາຍມີ 9 ແຫ່ງ ມີນັກຮຽນ 1.716, ຍິງ 918 ຄົນ, ມີຄູສອນ  87 ຄົນ, ຍິງ 67 ຄົນ, ຄູອາສາສະໝັກ 89 ຄົນ, ຍິງ 71 ຄົນ, ມີຈໍານວນຫ້ອງທັງໝົດ 50 ຫ້ອງ, ສະເພາະສົກຮຽນ 2019-2020 ການຈັດຕັ້ງການຮຽນ-ການສອນແມ່ນ ໄດ້ໂຈະຊົ່ວຄາວໃນກາງເດືອນມີ ນາຍ້ອນການແຜ່ລະບາດຂອງເຊື້ອ ພະຍາດອັກເສບປອດຍ້ອນເຊື້ອຈຸ ລະໂລກສາຍພັນໃໝ່ໂຄວິດ-19  ຈົນມາຮອດວັນທີ 18 ພຶດສະພາ 2020 ຈຶ່ງໄດ້ເລີ່ມເປີດການຮຽນ-ການສອນໃນທຸກຊັ້ນຢ່າງເປັນປົກກະຕິແຕ່ໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດຕ້ານ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມ ງວດ.

  ໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນຕ່າງໆຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກ່ຽວກັບຜົນສໍາເລັດ, ບັນຫາສິ່ງທ້າທາຍ, ວິທີແກ້ໄຂ ແລະຂໍ້ສະເໜີ ແນະນໍາຕ່າງໆ ເພື່ອປະກອບເຂົ້າໃສ່ ໃນບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນ ສົມບູນໜັກແໜ້ນຂຶ້ນກວ່າເກົ່າພ້ອມ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ນອກນີ້ທ່ານ ຖາວອນ ອິນສີຊຽງໃໝ່ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ກ່ຽວກັບວຽກງານການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໃນຂົງເຂດວຽງານການສຶກສາກໍ່ຄື ຕໍ່ໜ້າ ແລະຍາວນານ ໂດຍສະເພາະການກະກຽມຄວາມພ້ອມຕ່າງໆ ໃຫ້ແກ່ການໄຂສົກຮຽນໃໝ່ໃນວັນ ທີ 1 ກັນຍາ 2020 ທີ່ຈະມາເຖິງນີ້.

-----------

ໜັງສືພິມເສດຸະກິດ-ສັງຄົມ