ວິທີຂະຫຍາຍພັນໄມ້ໃຫ້ໝາກດ້ວຍການຕິດຕາ, ຕັດຊຳ ແລະສຽບຍອດ

  ການຂະຫຍາຍພັນໄມ້ໃຫ້ໝາກມີຄວາມຈຳເປັນສຳລັບຊາວກະສິກອນຜູ້ທີ່ປະກອບອາຊີບປູກໄມ້ໃຫ້ໝາກເພື່ອບໍລິໂພກ ແລະ ເປັນສິນຄ້າ, ການຂະຫຍາຍພັນພືດແມ່ນ ການເພີ່ມປະລິມານຂອງພືດຢູ່ຕະຫຼອດເວລາດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຊາວກະສິກອນຈະຕ້ອງຮຽນຮູ້ຫຼັກການ ແລະ ວິທີການຂະຫຍາຍພັນພືດໃຫ້ຖືກຕ້ອງ ແລະເໝາະສົມເພື່ອຊ່ວຍການປະກອບອາຊີບຊາວກະສິກອນໃຫ້ປະສົບຜົນສຳເລັດ ແລະມີປະສິດທິຜົນດີຂຶ້ນ.
  ອີງຕາມຂໍ້ມູນຈາກສູນພັດທະນາ ແລະບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ ໃຫ້ຮູ້ວ່າ: ການຂະຫຍາຍພັນໄມ້ໃຫ້ໝາກດ້ວຍການຕິດຕາ, ຕັດຊໍາ ແລະສຽບຍອດລວມມີຂັ້ນຕອນການປະຕິບັດດັ່ງນີ້: ການຂະຫຍາຍພັນໄມ້ໃຫ້ໝາກດ້ວຍການຕິດຕາຄືການເຊື່ອມປະສານສ່ວນຂອງຕົ້ນພືດເຂົ້າຫາກັນເພື່ອໃຫ້ຈະເລີນເປັນພືດຕົ້ນດຽວກັນໂດຍການນໍາແຜ່ນຕາຈາກກິ່ງພັນດີໄປຕິດຕົ້ນຕໍມີຂັ້ນຕອນປະຕິບັດຄື: 1) ເລືອກຕົ້ນຕໍໃນສ່ວນທີ່ເປັນສີຂຽວປົນນໍ້າຕານແລ້ວຂີດຕົ້ນຕໍຈາກເທິງລົມລຸ່ມ 2 ຮອຍຮາງກັນປະມານ 1 ໃນ 3ລວງຂວາງຂອງຕົ້ນຕໍຄວາມຍາວປະມານ 6 ຫາ 7 ຊັງຕີແມັດ; 2) ຕັດຂວາງຮອບຂີດເບື້ອງເທິງແລ້ວລອກເປືອກອອກຈາກດ້ານເທິງລົງລຸ່ມຕັດເປືອກທີ່ລອກອອກໃຫ້ຄືກັບດ້ານລຸ່ມຍາວປະມານ 1 ຊັງຕີແມັດ; 3) ປາດແຜນຕາຍາວປະມານ 7 ຫາ 10 ຊັງຕີແມັດລອກເນື້ອໄມ້ອອກແລ້ວຕັດແຜນຕາດ້ານລຸ່ມຖິ້ມ; 4) ສອດແຜນຕາລົງໄປໃນເປືອກຕົ້ນຕໍໂດຍໃຫ້ຕາຕັ້ງຂຶ້ນແລ້ວພັນດ້ວຍພະລາດສະຕິດໃຫ້ແໜ້ນ, ປະມານ 7 ຫາ 10 ວັນ ຈຶ່ງເປີດພະລາດສະຕິກອອກແລ້ວພັນໃໝ່ໂດຍເວັ້ນຊ່ອງວ່າງໃຫ້ຕາພົ້ນອອກມາປະໄວ້ປະມານ 2 ຫາ 3 ອາທິດ ຈຶ່ງຕັດຍອດເດີ່ມແລ້ວຈີກພະລາດສະຕິກອອກ.
  ສ່ວນການສຽບຍອດ: ຄືການສຽບປະສານເນື້ອເຍື້ອຂອງຕົ້ນພືດ 2 ຕົ້ນເຂົ້າດ້ວຍກັນເພື່ອໃຫ້ຈະເລີນເຕີບໂຕເປັນຕົ້ນດຽວກັນໂດຍມີຂັ້ນຕອນການປະຕິບັດດັ່ງນີ້: 1) ຕັດຍອດຕົ້ນຕໍໃຫ້ສູງຈາກລະດັບພື້ນດິນປະມານ 10 ຊັງຕີແມັດ ແລ້ວພ່າກາງລໍ້າຕົ້ນຂອງຕົ້ນຕໍໃຫ້ເລິກປະມານ 3 ຫາ 4 ຊັງຕີແມັດ; 2) ປາດຍອດພັນດີເປັນຮູບຫຼິ້ມຍາວປະມານ 3 ຫາ 4 ຊັງຕີແມັດ; 3) ສຽບຍອດພັນດີລົງໃນປາກບາດຂອງຕົ້ນຕໍໃຫ້ຮອຍປາກບາດເຄ່ງກັນແລ້ວໃຊ້ເຊືອກມັດດ້ານເທິງລະຫວ່າງປາກບາດໃຫ້ແໜ້ນ; 4) ຄຸມຕົ້ນທີ່ສຽບຍອດດ້ວຍພະລາດສະຕິກ ຫຼືນໍາໄປເກັບໄວ້ໃນເຮືອນພະລາດສະພິກ; 5) ປະມານ 5 ຫາ 7 ອາທິດຮອຍປາກບາດຈະຕິດກັນດີແລ້ວນໍາອອກມາພັກໄວ້ໃນເຮືອນກ້າເບ້ຍເພື່ອລໍການປູກ.
  ການຕັດຊໍາ: ຄືການນໍາສ່ວນຕ່າງໆຂອງພືດພັນດີເຊັ່ນ: ໃບ, ຮາກມາຕັດ ແລະປັກຊໍາໃນວັດຖຸເພາະຊໍາເພື່ອໃຫ້ໄດ້ພືດຕົ້ນໃໝ່ຈາກສ່ວນທີ່ນໍາມາຕັດຊໍາໂດຍມີຂັ້ນຕອນການປະຕິບັດດັ່ງນີ້: 1) ຕັດງ່າໃຫ້ໃກ້ຂໍ້ຍາວປະມານ 15 ຫາ 20 ຊັງຕີແມັດ ໂດຍຕັດເປັນຮູບປາກປາສະຫຼາມ ແລະຕັດປາຍເບື້ອງເທີງໃຫ້ເໜືອຕາປະມານ 1 ຊັງຕີ ແມັດ; 2) ໃຊ້ມີດປາຍແຫຼ້ມຂີດບໍລິເວນຮອບງ່າຊໍາດ້ານລຸ່ມປະມານ 1 ຫາ 1,5 ຊັງຕີແມັດ ປະມານ 2 ຫາ 3 ຮອຍ; 3) ປັກກິ່ງຊໍາລົງໃນວັດຖຸເພາະຊໍາໃຫ້ເຫຼືອປະ ມານ 2,5 ຫາ 5 ຊັງຕີແມັດ; 4) ນໍາເຂົ້າໂຮງອົບ (ຄຸມດ້ວຍພະລາດສະຕິກ) ຫຼື ຖົງພະລາດສະຕິກຂະໜາດໃຫຍ່; 5 ) ປະມານ 25 ຫາ 30 ວັນ ງ່າຕັດຊໍາຈະເກີດຍອດອ່ອນພ້ອມອອກຮາກເມື່ອຮາກມີຈໍານວນຫຼາຍພໍຈຶ່ງຍ້າຍໄປປູກຕໍ່ໄປ.