ສະຖາບັນ ຣັຕນະ ບໍລິຫານທຸລະກິດ ພ້ອມຮັບນັກສຶກສາໃໝ່

  ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໜຶ່ງສະຖານບັນພາກເອກກະຊົນທີ່ເອົາໃຈໃສ່ທຸ້ມເທ່ຈັດຕັ້ງປະຕິບັດເນັ້ນຄຸນນະພາບມາດຖານເປັນທີ່ຕ້ອງການຂອງຕະຫຼາດແຮງ ງານຈົນເປັນທີ່ຍ້ອມຮັບຂອງສັງຄົມປະຈຸບັນທາງສະຖາບັນມີຄວາມພ້ອມທຸກດ້ານເປີດຮັບເອົານັກສຶກສາໃໝ່ສົກຮຽນ 2020-2021 ໃນ 4 ສາຂາອາຊີບ.


  ທ່ານ ອູ່ທອງ ກວງສະຫວັນ ຮອງຜູ້ອຳໜ່ວຍການຝ່າຍວິຊາການສະຖານບັນຣັຕນະບໍລິຫານທຸລະກິດໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ສຳ ລັບການເປີດຮັບເອົານັກສຶກສາສົກຮຽນ 2020-2021 ທາງສະຖາບັນແມ່ນອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາກົມສຶກສາຊັ້ນສູງຕາມທິດໍຊີ້ນນຳເພື່ອເປັນເປັຍການຈັດຕັ້ງປະຕິບັດຜັນຂະຫຍາຍການຮຽນ-ການສອນສ້າງນັກວີຊາການ, ການຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບເທື່ອລະກ້າວ.
  ດ້ານຫຼັກສູດສະຖາບັນແມ່ນຮັບຮອງ ແລະອະນຸມັດນຳໃຊ້ຫຼັດສູດປະລິນຍາຕີໃນ 4 ສາຂາວິຊາຮຽນການບໍລິຫານທຸລະກິດທົ່ວໄປ, ພາສາອັງກິດທຸລະກິດ, ການເງິນ-ການທະນາຄານ ແລະການຕະຫຼາດ. ນອກນີ້ສະຖາບັນຍັງໄດ້ຮັບອະນຸມັດນຳໃຊ້ຫຼັກສູດປະລິນຍາຕໍ່ເນື່ອງປະກອບມີ 3 ສາຂາວີຊາການບໍລິຫານທຸລະກິດທົ່ວໄປ, ພາສາອັງກິດ ແລະການເງິນ-ການທະນາຄານ.


   ສຳລັບການເປີດຮັບນັກສຶກສາຮຽນໃໝ່ສະຖາບັນແມ່ນໄດ້ຂາຍຄຳຮ້ອງສອບເສັງແຕ່ວັນທີ 29 ກໍລະກົດ 2020 ແລະຈະປິດຮັບ ວັນທີ 7 ກັນຍາ 2020 ໂດຍຈະເລີ່ມສອບເສັງຄັດເລືອກ ແລະປະກອບຄັດຕິດເສັງວັນທີ 9 ກັນຍາ 2020 ຊຶ່ງໃນແຜນແມ່ນຈະຮັບດ້ານຫຼັກສູດປະລິນຍາຕີ ແລະຕໍ່ເນື່ອງປະລິນຍາຕີສົກຮຽນ 2020-2021 ພາສາອັງກິດ 100 ຄົນ, ການເງິນ-ການທະນາຄານ 100 ຄົນ,ການບໍລິຫານທົ່ວໄປ 100 ຄົນ ແລະການຕະຫຼາດ 100 ຄົນ,ດ້ານຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີພາສາອັງກິດ,ການເງິນ ແລະການທະນາຄານສາຂາວີຊາ 100 ຄົນ.