ໄຊທານີ ເຜີຍແຜ່ນິຕິກຳກຽມອອກບັດພະນັກງານ-ລັດຖະກອນ

  ກອງປະຊຸມເຜີຍແຜ່ນິຕິກຳການກະກຽມອອກບັດພະນັກງານ-ລັດຖະກອນທົ່ວເມືອງໄຊທານີໄດ້ໄຂຂຶ້ນໃນວັນທີ 12 ສິງຫາ ຜ່ານມາຢູ່ທີ່ສະໂມສອນໃຫຍ່ເມືອງເປັນປະທານໂດຍ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ, ທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນມີຄະນະປະຈຳພັກເມືອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນທົ່ວເມືອງໄຊທານີເຂົ້າຮ່ວມ.


 ທ່ານຮອງຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນກໍໄດ້ຂຶ້ນເຜີຍແຜ່ຄຳແນະນຳກ່ຽວກັບການອອກບັດພະນັກງານລັດຖະກອນເອກະສານຄູ່ມືກ່ຽວກັບການປັບປຸງ ຂໍ້ມູນຂອງພະນັກງານ-ລັດຖະກອນໃຫ້ຖືກຕ້ອງຕາມລະບຽບການໂດຍທ່ານໄດ້ກ່າວວ່າ: ການອອກບັດລັດຖະກອນເປັນບັນຫາໜຶ່ງທີ່ສຳຄັນມີຜົນປະໂຫຍດຫຼາຍເພາະເປັນການຢັ້ງຢືນ ແລະກວດກາບັນຊີຈຳນວນພົນພະນັກງານລັດຖະກອນຜູ້ມີໜ້າ ຫຼືບໍ່ມີໜ້າຕົວຈິງຂອງບັນດາກະຊວງອົງການຂັ້ນສູນກາງ ແລະອົງການປົກຄອງ ທ້ອງ ຖິ່ນທັງເປັນການປັບປຸງປະຫວັດລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽບການຫັນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍລະບຽບການ ແລະທັນສະ ໄໝເຮັດໃຫ້ການເບີກຈ່າຍເງິນເດືອນເງິນອຸດໜູນ ແລະເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນ ດາກະຊວງອົງການລັດທຽບເທົ່າກະຊວງຂັ້ນສູນກາງຂັ້ນແຂວງ ແລະ ຂັ້ນເມືອງມີຄວາມສະດວກ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະ ເທດ.
 ນອກຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງເລກທີ 755/ຈມ ລົງວັນທີ 11 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກ່ຽວກັບການອອກບັດພະ ນັກງານ-ລັດຖະກອນທົ່ວເມືອງໄຊທານີ ໂດຍແຕ່ງຕັ້ງທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ເປັນຫົວໜ້າຊີ້ນຳ, ມີຫົວໜ້າຄະນະຈັດຕັ້ງເມືອງ, ຫົວໜ້າຫ້ອງ ການພາຍໃນເມືອງ ແລະຫົວໜ້າຫ້ອງວ່າການປົກຄອງເມືອງເປັນຄະນະ.