ນະຄອນ ໄກສອນ ພົມວິຫານ ຍົກລະດັບຄວາມຮູ້ດ້ານໄອທີ

  ເມື່ອວັນທີ 11 ສິງຫາ 2020 ທີ່ສະໂມສອນຂອງນະຄອນໄກສອນ ພົມວິຫານ ໄດ້ຈັດພິທີເປີດຊຸດອົບຮົມຍົກລະດັບຄວາມຮູ້ທາງໄອທີໃຫ້ແກ່ພະນັກງານນໍາພາ ແລະວິຊາການອ້ອມຂ້າງນະຄອນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນພາຍໃນນະຄອນ ໄກສອນ ພົມວິຫານ ກ່ຽວກັບການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກຕົວຈິງໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມກໍຄືການນໍາໃຊ້ໄອທີເຂົ້າໃນວຽກງານຕາມແຕ່ລະຫ້ອງການ,ກົມກອງຂອງຕົນໃຫ້ມີປະສິດທິຜົນສູງໂດຍເປັນການເຂົ້າຮ່ວມຂອງທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນ ໄກສອນ ພົມວິຫານ, ມີທ່ານ ບຸນດາໄລ ເຄນນະວົງ ຫົວໜ້າພະແນກໄປສະນີ, ໂທລະຄົມ ມະນາຄົມ ແລະການສື່ສານແຂວງສະຫວັນນະເຂດ, ມີບັນດາຄະນະ ແລະວິຊາການຂອງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ແສງທອງ ວັງແກ້ວມະນີ ກ່າວວ່າ: ໄລຍະປະຈຸບັນແມ່ນໄລຍະທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິວັດວຽກງານຂອງພວກເຮົາໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນໄກສອນພົມວິຫານຊຶ່ງເປັນໄລຍະທີ່ທຸກພາກສ່ວນຈະຕ້ອງໄດ້ບຸກບືນເພື່ອເຮັດໃຫ້ບັນລຸຄາດໝາຍສູ້ຊົນຕ່າງໆ ທີ່ໄດ້ວາງໄວ້ໃນແຜນພັດທະນາໃຫ້ສໍາເລັດຕາມລະດັບຄາດໝາຍ, ສະນັ້ນ, ຈິ່ງໃຫ້ທຸກພາກສ່ວນກໍຄືພະນັກງານລັດຖະກອນວິຊາການຂັ້ນຕ່າງໆພາຍໃນນະຄອນຕ້ອງເອົາໃຈໃສ່ເພີ່ມທະວີຄວາມຮັບພິຊອບສູງ ແລະເປັນເຈົ້າການໃນການປະຕິບັດວຽກງານຂອງຕົນໃຫ້ແທດເໝາະກັບສະພາບຕົວຈິງ.

    ການຝຶກອົບຮົມຄັ້ງນີ້ໃຫ້ນັກສໍາມະນາກອນຮຽນຜ່ານມືຖືພ້ອມດ້ວຍຄູ່ມືໃນການຮຽນທີ່ອາຈານສອນສົ່ງໃຫ້ ແລະໃຫ້ໂຫຼດໂປຼແກຼມ Adobe Acrobat Adobe fill&sign ໃສ່ມືຖືຂອງແຕ່ລະຄົນເພື່ອສະດວກໃນການແປງເອກະສານຕ່າງໆ ໃນການສົ່ງວຽກ ແລະຮຽນຮູ້ໃນການສົ່ງເອກະສານເປັນຟາຍ PDF ໂດຍຜ່ານມືຖືໃນນັ້ນແມ່ນຄວາມລະອຽດໃນທຸກຂັ້ນຕອນບໍ່ວ່າຈະເປັນການກວດເອກະສານ, ການແປງລາຍເຊັນໃຫ້ມີຄວາມລະອຽດງາມ ແລະ ຮຽນຮູ້ກ່ຽວກັບວິທີສະແກນໄວຣັດໂດຍຕິດຕັ້ງ ແລະ ນໍາໃຊ້ໂປຼແກຼມ 360 total security ເພື່ອປ້ອງກັນໄວຣັດ ແລະຕິດຕັ້ງໂປຼແກຼມ 360 Document protector ເພື່ອປ້ອງກັນໄວຣັດລຶບ ຫຼື ລັອກເອກະ ສານ ແລະໂປຼແກຼມ Disk Speed Up ເພື່ອຈັດລຽງຂໍ້ມູນໃນຄອມພິວເຕີ.