ມອບ-ຮັບໜ້າທີ່ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ

  ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາທີ່ສະໂມສອນເມືອງອະນຸວົງໂດຍການ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ, ພະນັກງານລັດຖະກອນຄະນະຈັດຕັ້ງແຂວງ.

  ທ່ານ ເລັ່ງລໍ່ ຢົ່ງຊະເຈ່ຍວາ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 67/ຄລສພລົງວັນທີ 28 ພຶດ ສະພາ 2020 ວ່າດ້ວຍ ການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານຊຶ່ງໄດ້ຕົງລົງເຫັນດີໃຫ້ສະຫາຍນາງ ເພັດສະໝອນ ແສງເມືອງ, ຫົວໜ້າຄະ ນະຈັດຕັ້ງແຂວງອອກພັກການ-ຮັບອຸດໜູນບໍານານ ແລະຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສະບັບເລກທີ 014/ຄພ.ຊບ, ລົງວັນທີ 27 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານຊຶ່ງໄດ້ເຫັນດີແຕ່ງຕັ້ງສະຫາຍ ທອງວັນ ທໍາມະວົງຮອງຫົວໜ້າຄະນະຈັດຕັ້ງແຂວງຂຶ້ນເປັນຫົວໜ້າຄະນະຈັດຕັ້ງແຂວງໄຊສົມບູນ (ຜູ້ໃໝ່), ພ້ອມດຽວກັນນີ້ທ່ານ ນາງ ເພັດສະໝອນ ແສງເມືອງ ຫົວໜ້າຄະນະຈັດຕັ້ງແຂວງ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດບັນທຶກໃນການຊີ້ນຳ-ນຳພາວຽກງານຈັດຕັ້ງໃນໄລຍະທີ່ຜ່ານມາພ້ອມທັງກ່າວມອບໜ້າທີ່ໃຫ້ຫົວໜ້າຄະນະຈັດຕັ້ງແຂວງ (ຜູ້ໃໝ່ສືບຕໍ່ຊີ້ນຳ-ນຳພາ ວຽກງານຄະນະຈັດຕັ້ງແຂວງໃຫ້ມີຄວາມຮັດກຸມ ແລະມີປະສິດທິຜົນດີຂຶ້ນກວ່າເກົ່າ, ຈາກນັ້ນໄດ້ມີພິທີລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ຢ່າງເປັນທາງການ.

  ໂອກາດດັ່ງກ່າວທ່ານ ບຸນສຸກ ຈອມວິສານ ໄດ້ຍົກໃຫ້ເຫັນເຖິງການແຕ່ງຕັ້ງ-ຍົກຍ້າຍ ແລະສັບຊ້ອນບ່ອນປະຈຳການຂອງພະນັກງານຊຶ່ງມັນເປັນວຽກງານປົກກະຕິ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ການເມືອງໃນໄລຍະໃໝ່ພາຍໃຕ້ການຊີ້ນຳຂອງສູນກາງພັກເພື່ອເປັນເງື່ອນໄຂມາດຖານກ້າວສູ້ການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ່ທີ່ຮັບໜ້າທີ່ໃໝ່ຈົ່ງເອົາໃສ່ໃຈປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ເຄື່ອນໄຫວຖືກ ຕ້ອງຕາມພາລະບົດບາດສິດ ແລະໜ້າທີ່ຂອງຕົນສືບຕໍ່ຊີ້ນໍາ-ນໍາພາວຽກງານດັ່ງກ່າວໃຫ້ໄດ້ຮັບການເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນສູງ.