ບຸນຫໍ່ເຂົ້າປະດັບດິນ ປະເພນີອຸທິດສ່ວນບຸນໃຫ້ຜູ້ລວງລັບໄປ

  ບຸນຫໍ່ເຂົ້າປະດັບດິນເປັນບຸນປະເພນີໃນຮີດ 12 ຄອງ 14 ລາວ, ຈັດຂຶ້ນໃນເດືອນ 9 ລາວກົງກັບມື້ແຮມ 14 ຄໍ່າ ຫຼື 15 ຄໍ່າຂອງທຸກໆປີຊຶ່ງໃນປີນີ້ກົງກັບວັນຄານ ແຮມ 14 ຄໍ່າ ວັນທີ 18 ສິງຫາ 2020.

  ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລວງລັບໄປແລ້ວໄປຢູ່ໃນພົບພູມອື່ນຊຶ່ງພວກຍາດທີ່ຍັງມີຊີວິດຢູ່ນີ້ມີຄວາມຮໍ່າເພີງ ແລະຄິດຮອດຄິດເຖິງວ່າຍາດຂອງຕົນທີ່ລວງລັບໄປນັ້ນໄປເກີດທີ່ດີເຖິງສຸກແລ້ວບໍ່ ຫຼືຕົກທຸກໄດ້ຍາກລຳບາກຫຼາຍປານໃດດັ່ງນັ້ນພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມເຂົ້າໜົມມີກ້ວຍອ້ອຍສ້ອຍປີເຄື່ອງສົ້ມຂອງຫວານຄຳໝາກກອກຢາປູປາອາຫານທຸກຢ່າງຮວມກັນແລ້ວອຸທິດໄປໃຫ້ຍາດຂອງຕົນໃຫ້ໄດ້ໄປເກີດທີ່ດີເຖິງສຸກຜູ້ທີ່ຕົກທີ່ທຸກກໍຂໍໃຫ້ພົ້ນຈາກທຸກຜູ້ທີ່ໄດ້ສຸກແລ້ວກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ, ສໍາລັບເຂົ້າຂອງອາຫານຫວານຄາວເລົ່ານີ້ຈະຕ້ອງໄດ້ຕຽມໄວ້ລ່ວງໜ້າກ່ອນວັນສອງວັນໂດຍຫໍ່ດ້ວຍໃບຕອງເປັນຫໍ່ໆ (ບາງເຂດກໍຮ້ອງວ່າເຂົ້າຫໍ່ໂປ້) ແລ້ວນຳໄປວາງໄວ້ຕາມຕ້າຍວັດສາລາໂຮງທັມຂ້າງວິຫານຫ້ອຍຕາມກົກໄມ້ ຫຼືບໍ່ກໍວາງໄວ້ຕາມດິນເພິ່ນຈຶ່ງຮ້ອງວ່າເຂົ້າປະດັບດິນ.

  ການຢາຍຫໍ່ເຂົ້ານີ້ຈະຕ້ອງຢາຍໃນຕອນເຊົ້າມືດເວລາ 3 ຫາ 4 ໂມງເຊົ້າຂອງມື້ວັນສິນດັບເດືອນເກົ້ານີ້ເພາະພວກເຮົາມີຄວາມເຊື່ອສືບຕໍ່ກັນມາແຕ່ບູຮານນະການວ່າ ເປັນມື້ທີ່ປະຕູນາຮົກເປີດໃນຮອບປີຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມພີ່ນ້ອງໃນໂລກມະນຸດ, ສ່ວນໃຫຍ່ແລ້ວທຸກໆຄົນຈະຫໍ່ເຂົ້າຫຼາຍກວ່າຈຳນວນຂອງຍາຕິພີ່ນ້ອງທີ່ໄດ້ລ່ວງລັບໄປເພາະຈະຕ້ອງມີຈຳນວນໜຶ່ງເພື່ອຜີບໍ່ມີຍາດຈະເປັນເຜດ ຫຼືພວກສັມພະເວສີກໍແລ້ວແຕ່ບຸນກັມນໍາແຕ່ງຂອງແຕ່ລະຕົ້ນ.

   ພໍຮຸ່ງເຊົ້າທຸກຄອບຄົວກໍກະກຽມເຂົ້າປາອາຫານໄປເຮັດບຸນໃສ່ບາດທີ່ວັດຖວາຍປັດໄຈເຄື່ອງໄຊຍະທານຕ່າງໆຈາກນັ້ນພະສົງຈະສະແດງພະທັມມະເທດສະໜານາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນ ແລະໃຫ້ພອນແກ່ຍາດໂຍມ ແລະອຸທິດສ່ວນບຸນກຸສົນໄປໃຫ້ຍາດຕິພີ່ນ້ອງທີ່ໄດ້ລວງລັບໄປແລ້ວນັ້ນ.

   ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອຕາມນິທານທໍາມະບົດວ່າ: “ຍາດພີ່ນ້ອງຂອງພະເຈົ້າພິມພິສານໄດ້ຍັກຍອກເງິນວັດຂອງສົງຕ່າງໆໄປເປັນຂອງຕົນເອງໃນສະໄໝພະກັດສະປະພຸດທະເຈົ້າພວກອະດີດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະລົກຕະຫຼອດພຸດທະທັນດອນເມື່ອພະເຈົ້າພິມພິສານຖວາຍທານແດ່ພະສະມະນະໂຄດົມພຸດທະເຈົ້າໃນພັດທະກັບນີ້ກໍບໍ່ໄດ້ຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນແລະສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພິມພິສານໄດ້ຍິນແລະ ເຫັນພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັດໄປຖາມພະພຸດທະເຈົ້າພະພຸດທະອົງຊົງເລົ່າເລື່ອງລາວທີ່ເປັນມູນເຫດໃຫ້ພະເຈົ້າພິມພິສານໄດ້ ຊົງຊາບພະເຈົ້າພິມພິສານຈຶ່ງໄດ້ ເຮັດບຸນຖວາຍທານອີກແລ້ວຊົງອຸທິດສ່ວນກຸສົນໄປໃຫ້ພວກຍາດທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວໄດ້ມາສະແດງຕົນໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າທຸກ ທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວເພາະການອຸທິດສ່ວນ ກຸສົນຂອງພະອົງ” ຄົນລາວເຮົາ ຈຶ່ງຖືເອົາມູນເຫດນີ້ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາຈົນເຖິງປະຈຸບັນ.