ພົບຜູ່ຕິດເຊື້ອໂຄວິດ-19 ອີກສອງຄົນທີ່ເດີນທາງມາແຕ່ຕ່າງປະເທດ

Update COVID-19:  ລາຍງານຈາກຄະນະສະເພາະກິດໃຫ້ຮູ້ໃນວັນທີ 14 ສີງຫາ 2020 ນີ່ວ່າ, ຜົນການກວດຜູ້ສົງໃສທີ່ເດີນທາງມາແຕ່ຕ່າງປະເທດໃນວັນທີ 13 ສີງຫາ 2020 ມີຜູ້ຕິດເຊື້ອ 2 ຄົນ (ຍິງ 1 ຊາຍ 1 ).

  ທັງສອງກວດພົບໃນໄລຍະທີ່ກັກຕົວຕາມມາດຕະການປ້ອງກັນໂຄວິດ-19 ພາຍຫຼັງທີ່ພວກຜູ້ກ່ຽວເດີນທາງກັບມາຈາກຕ່າງປະເທດ.

 ລາຍລະອຽດຜູ້ຕິດເຊື້ອ ທີ 21-22

ປະຈຸບັນ ສປປ ລາວ ມີຍອດສະສົມ 22 ຄົນ ກໍາລັງປິ່ນປົວ 3 ຄົນ.