ປະຫວັດຄວາມເປັນມາຂອງພະທາດຕຸມພະວັງ

ພະທາດຕຸມພະວັງປະດິດສະຖານຢູ່ວັດບ້ານນາວາງໃຫຍ່ ເມືອງໜອງບົກ ແຂວງຄຳມ່ວນ ຫ່າງຈາກຕົວເທສະບານເມືອງທ່າແຂກໄປທາງໃຕ້ລຽບທາງແຄມຂອງປະມານ 27 ກິໂລແມັດ, ພະທາດແຫ່ງນີ້ໂອບທອງຄໍາ ແລະມີສິ່ງສໍາຄັນບັນຈຸໄວ້ຄືອັດຖີຂອງພະອໍລະຫັນ.

   ພະທາດຕຸມພະວັງຕັ້ງຢູ່ເທິງຫົວສິມໃນວັດບ້ານນາວາງໃຫຍ່ເມືອງໜອງບົກຫ່າງຈາກຕົວເມືອງ 27 ກິໂລແມັດ, ພະທາດແຫ່ງນີ້ຕາມຄໍາຂອງຜູ້ມີສັດທາສ້າງໄວ້ໃນປະຈຸບັນນີ້ເອີ້ນຊື່ວ່າ: ທາດຕູມພະວັງແປວ່າ: ສະພາບຊົງໄວ້ຊຶ່ງໂອບທອງຄໍາ ແລະມີສິ່ງສໍາຄັນທີບັນຈຸໄວ້ໃນໂອບທອງຄໍານັ້ນຕາມຕໍານານກວ່າວ່າມີອັດຖີຂອງພະອໍລະຫັນຕະທາດຢູ່ 4 ລູກໃຫຍ່, ທໍ່ໝາກທັນ 3 ລູກ ແລະຂາວໆທໍ່ເມັດໃນສາລີ 1 ລູກ ແລະມີຝຸ່ນອັດຖິຢູ່ໃນໂອບທອງຄຳນັ້ນອີກດ້ວຍ, ນອກນີ້ຍັງມີພຸດທະປະຕິມາກໍາ ແລະສິ່ງສັກສິດທີ່ຢູ່ໃນນັ້ນຫຼາຍຢ່າງຕາມເລື່ອງກ່າວສືບໆ ມາວ່າຜູ້ທີ່ນຳເອົາອັດຖິອໍລະຫັນຕະທາດມານັ້ນຄືທາດຫົວອົກຂອງພະພຸດທະເຈົ້າມາປະດິດສະຖານຕັ້ງໄວ້ທີ່ພູກຳພ້າ ເອີ້ນວ່າ: ພະທາດພະນົມສ່ວນອັດຖິຂອງພະອໍລະຫັນຕະທາດເພິ່ນໄດ້ມອບໃຫ້ອຸປະສັກຜູ້ມີສັດທາໄປຊ່ວຍສ້າງທາດນັ້ນໃຫ້ນຳມາກໍ່ທາດກວມໄວ້ທີ່ເຄິ່ງເມືອງຕຸມພະວັງ ສ້າງທີ່ນັ້ນແມ່ນບ້ານນາວາງໃນປະຈຸບັນນີ້.

  ກ່ອນສ້າງທາດໜ່ວຍນີ້ຍັງມີອຸປາສົກ,ອຸປາສີກາທັງຫຼາຍ,ຊາວບ້ານດົງເທິງ ແລະບ້ານດົງທ່າ, ເມືອງຂັນທະບູລີ, ແຂວງສະຫວັນນະເຂດໄດ້ປ່າວເຕືອນກັນເພື່ອໄປຊ່ວຍສ້າງທາດພະນົມເມື່ອຕົກລົງປົງໃຈກັນແລ້ວຈຶ່ງໄດ້ພາກັນອອກຈາກບ້ານແລ້ວກໍ່ຢ່າງລົງມາຫາທ່າຂ້າມເຊບັ້ງໄຟມາແວ່ເຊົາທີ່ບ້ານນາວາງເພື່ອເວລາຈະອອກເດີນທາງຕໍ່ໃປສູ່ທາດພະນົມນັ້ນຈຶ່ງໄດ້ປ່າວເຕືອນຊັກຊວນເຖົ້າແກ່ອຸປາສົກ,ອຸບາສີກາທັງຫຼາຍໃນບ້ານນີ້ໄປຊ່ວຍສ້າງທາດນຳພະຍາທັງ5 ເມື່ອໄປເຖິງແລ້ວກໍໄດ້ພາກັນຊ່ວຍຂົນຫີນແຮ່, ຫີນຊາຍ, ດິນໜຽວ, ປັ້ນດິນຈີ່, ເຜົາດິນຈີ່, ຂົນດິນຈີ່ ແລະປູນຕັກ ນໍ້າແຊ່ໜັງ, ແຊ່ໂບງ, ຄົນປູນ, ແຮ່ຊາຍ, ອອກກຳລັງກາຍຊ່ວຍສ້າງພະທາດພະນົມພໍສົມຄວນແກ່ກຳລັງເຮື່ອແຮງແລ້ວກໍໄດ້ອຳລາພາຈາກເພື່ອນຝູງມິດສະຫາຍທີ່ມາຈາກທິດທັງ 4 ເພື່ອຊ່ວຍສ້າງພະທາດພະນົມນັ້ນຂ້າມຂອງຄືນເມືອເຊົາຢູ່ບ້ານນາວາງອັນເປັນບ່ອນເຄີຍພັກເຊົາໄປມາ.