ມອບ-ຮັບໜ້າທີ່ເຈົ້າເມືອງສັງທອງ

 ພິທີມອບ-ຮັບໜ້າທີ່ເຈົ້າເມືອງສັງທອງຜູ້ເກົ່າ ແລະຜູ້ໃໝ່ຈັດຂຶ້ນວັນທີ 7 ສິງຫາ 2020 ທີ່ສະໂມສອນເມືອງສັງທອງນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນມີບັນດາຮອງເຈົ້າເມືອງ, ຄະນະປະຈໍາພັກ ແລະຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

   ໂດຍອີງຕາມຄໍາສັ່ງທ່ານເຈົ້າຄອງ ນວ ເລກທີ 505/ຈນວ ວ່າດ້ວຍການຍົກຍ້າຍ ທ່ານ ດາວເພັດ ອາລຸນ ເຈົ້າເມືອງສັງທອງຜູ້ເກົ່າມາປະຈໍາການຢູ່ສະຫະພັນກໍາມະບານນະຄອນຫຼວງວຽງຈັນ ແລະມະຕິຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນເລກທີ 506/ຈນວ ວ່າດ້ວຍການແຕ່ງຕັ້ງຜູ້ວ່າການແທນເຈົ້າເມືອງສັງທອງເຫັນດີແຕ່ງຕັ້ງທ່ານ ພົງສະຫວັນ ສິລິພັນ ຮອງຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນເປັນຜູ້ວ່າການເລຂາຄະນະພັກເຈົ້າເມືອງສັງທອງຜູ້ໃໝ່, ນອກຈາກນີ້ຍັງມີຄໍາສັ່ງຂອງເຈົ້າຄອງ ເລກທີ 477/ຈນວ ວ່າດ້ວຍການຍົກຍ້າຍ ທ່ານ ບົວຄຳ ສີສົງຄາມ ຮອງເຈົ້າເມືອງສັງທອງຜູ້ເກົ່າໄປປະຈໍາການຢູ່ສະຖາບັນຄົ້ນຄວ້າການພັດທະ ນາເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ ແລະເຫັນດີຕົກລົງແຕ່ງຕັ້ງທ່ານ ໄຊຍະບັດ ຊຸມມະນີວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນມາເປັນຮອງເຈົ້າເມືອງສັງທອງຜູ້ໃໝ່.

  ຂໍ້ຕົກລົງເຈົ້າເມືອງສັງທອງເລກທີ 195/ ຕາມວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັກງານຍົກຍ້າຍທ່ານ ນາງ ໄພທູນ ອ່າງມັດສາຄະນະປະຈຳພັກປະທານກວດກາພັກລັດເມືອງສັງທອງເປັນຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງສັງທອງຜູ້ໃໝ່ຊຶ່ງໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານຮອງເຈົ້າຄອງ ນວ ຕື່ມອີກດ້ວຍ.