ອິນເດຍ ຊ່ວຍເຫຼືອຢາປົວພະຍາດ-ອຸປະກອນໃຫ້ ສປປ ລາວ

 ເພື່ອເປັນການປະກອບສ່ວນຊ່ວຍເຫຼືອໃນການຕ້ານການລະບາດພະຍາດໂຄວິດ-19 ແລະເປັນນິມິດໝາຍອັນດີໃນຂົງເຂດການພົວພັນສອງຝ່າຍອັນສະໜິດແໜ້ນຂອງສອງປະເທດໂດຍສະເພາະແມ່ນສາຍພົວພັນທາງສາສະໜາວັດທະນະທຳ ແລະປະຫວັດສາດ.

   ວັນທີ 4 ສິງຫາ 2020 ທ່ານ DinkarAsthana ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ໄດ້ມອບຢາປົວພະຍາດແລະອຸປະກອນການຢາໃຫ້ກະຊວງສາ ທາລະນະສຸກ ເປັນກຽດກ່າວຮັບແມ່ນທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກມີຕາງໜ້າສອງຝ່າຍຈາກຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

   ທັງນີ້ກໍ່ເພື່ອເປັນການຕອບສະໜອງຕໍ່ການສົນທະນາທາງໂທລະສັບລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ Shri NarendraModi ນາຍົກລັດຖະມົນຕີ ອິນເດຍ ໃນວັນທີ 12 ມິຖຸນາ 2020 ໂດຍຜູ້ນໍາທັງສອງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາດ້ານສຸຂະພາບ ແລະເສດຖະກິດທີ່ເກີດຈາກໂລກລະບາດ COVID-19 ໃນທົ່ວໂລກຜູ້ນໍາທັງສອງໄດ້ຕົກລົງເຫັນດີກ່ຽວກັບຄວາມຈໍາເປັນຂອງການຮ່ວມມືກັບສາກົນ ແລະ ເພື່ອແລກ ປ່ຽນປະສົບການ ແລະ ການປະຕິບັດເພື່ອເປັນການກຽມພ້ອມຕໍ່ກັບສະພາບການຫຼັງການລະບາດຂອງໂລກດັ່ງກ່າວສຳລັບເຄື່ອງທີ່ໄດ້ມອບຊ່ວຍເຫຼືອຄັ້ງນີ້ແມ່ນຢາປົວພະຍາດ ແລະອຸປະກອນການຢາເພື່ອເປັນການປະກອບສ່ວນຊ່ວຍເຫຼືອໃນການຕ້ານການລະບາດໂຄວິດ-19 ແລະເປັນນິມິດໝາຍອັນດີໃນຂົງເຂດການພົວພັນສອງຝ່າຍອັນສະໜິດແໜ້ນຂອງສອງປະເທດ.

  ທ່ານນາຍົກລັດຖະມົນຕີອິນເດຍຍັງໄດ້ຊົມເຊີຍຕໍ່ບັນດາມາດຕະການທີ່ມີປະສິດທິຜົນທີ່ລັດຖະບານແຫ່ງ ສປປ ລາວ ປະຕິບັດເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດຢູ່ໃນ ສປປ ລາວ ອີກດ້ວຍ.