ຈັບເປົ້າໝາຍພ້ອມຂອງກາງ 18 ພັນເມັດ

 ວັນທີ 7 ສິງຫາຜ່ານມາເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງພຽງ ແຂວງໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີກຸ່ມຄົນບໍ່ດີເຄື່ອນໄຫວຂົນສົ່ງຢາເສບ ຕິດປະເພດ (ຢາບ້າ) ຢູ່ໃນເທສະບານເມືອງພຽງຫາເມືອງໄຊຍະບູລີດັ່ງນັ້ນຈຶ່ງໄດ້ນໍາກຳລັງວິຊາສະເພາະອອກກວດກາ,ຕິດຕາມການເຄື່ອນໄຫວເພື່ອຊອກຫາເປົ້າໝາຍດັ່ງກ່າວ, ຕົກມາຮອດເວລາ 13:30 ໂມງຂອງວັນດຽວກັນກໍໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສກຳລັງຂັບຂີ່ລົດເຂົ້າໄປຄີວລົດແຫ່ງໜຶ່ງຂອງເມືອງໄຊຍະບູລີຈຶ່ງໄດ້ຂໍອະນຸ ຍາດເຂົ້າກວດກາ; ພ້ອມທັງກັກຕົວ ທ້າວ ເກົ້າລີ ອາຍຸ 28 ປີ ອາຊີບປະຊາຊົນບ້ານໂພນສະຫວ່າງ ແລະທ້າວ ເຊິນ ອາຍຸ 53 ປີ ອາຊີບປະຊາຊົນບ້ານໂພນຊຽງ ຊຶ່ງຜູ້ ຕ້ອງສົງໄສທັງສອງຄົນຢູ່ເມືອງນໍ້າບາກແຂວງຫຼວງພະບາງຜ່ານການກວດຄົ້ນພາຫະນະລົດໃຫຍ່ຍີ່ຫໍ້ສະຕາແລັກໝາຍເລກທະບຽນ ກພ 0920 ຫຼວງພະບາງສາມາດພົບເຫັນວັດຖຸຂອງກາງຢາເສບຕິດປະເພດຢາບ້າຈໍານວນ 9 ມັດ ເທົ່າກັບ 18.000 ເມັດ ໂທລະສັບມືຖື 4 ເຄື່ອງ ແລະໂມງໃສ່ແຂນ 1 ໜ່ວຍ.
  ຈາກນັ້ນ, ຈຶ່ງໄດ້ມອບຕົວພວກກ່ຽວທັງສອງຄົນໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ດຳເນີນການສຶບສວນ-ສອບສວນເພື່ອຂະຫຍາຍຜົນຕາມຂັ້ນຕອນຂອງກົດໝາຍ.

____________

ຂ່າວ: ແສງທອງ ທອງສະໄໝ  

ຮູບພາບໜັງສືພິມເສດຖະກິດ-ສັງຄົມ