ພູກູດ ແຫຼ່ງທ່ອງທ່ຽວທາງທຳມະຊາດຕິດພັນກັບປະຫວັດສາດ

  ເມື່ອເວົ້າເຖິງ “ດິນແດນແຫ່ງທະເລກໝອກ” ຂອງແຂວງຊຽງຂວາງ,ຄົນລາວທຸກຄົນກໍ່ຄືນັກທ່ອງທ່ຽວຫຼາຍປະເທດຮູ້ຈັກດີ, ເປັນເມືອງທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກໃນຄວາມສວຍງາມຂອງທຳມະຊາດ ແລະສາຍນໍ້າທີ່ສ່ອງໃສໄຫຼເຢັນຈົນສາມາດແນມເຫັນໝູ່ປາລ່ອງລອຍໄປມາໜ້າອອນຊອນ,ບັນດາທ່ານທີ່ມີແຜນໄປທ່ອງທ່ຽວຜູ້ຂຽນຂໍແນະນໍາທາງເລືອກໃໝ່ໃນການພັກຜ່ອນທ່າມກາງບັນຍາກາດບໍລິສຸດ ແລະງຽບສະຫງົບນັ້ນຄືພູກູດຮັບຮອງວ່າບໍ່ຜິດຫວັງ.

  ພູກູດ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຊາດຕິດພັນກັບປະຫວັດສາດສາມາດທີ່ສ້າງຄວາມປະທັບໃຈຕໍ່ກັບນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມເພາະມີທິວທັດທຳມະ ຊາດທີ່ສວຍງາມ, ມີຕົ້ນໄມ້ໃຫຍ່ຫຼາກຫຼາຍຊະນິດຕາມການເລົ່າຂານຂອງຜູ້ເຖົ້າຜູ້ແກ່ທີ່ອາໄສຢູ່ທ້ອງຖິ່ນແຫ່ງນີ້ວ່າ: ໃນສະໄໝກ່ອນພູກູດມີຊື່ວ່າ “ພູດອຍກາງເມືອງ” ເພາະຕັ້ງຢູ່ລະຫວ່າງກາງ ເມືອງສຸຍ ແລະມືອງເຄິງ, ຫຼັງຈາກນັ້ນມາຮອດປີ 1353 ມີທ້າວ ພະຍາຫົວເຫຍີ່ (ຫົວໃຫຍ່) ພ້ອມເມຍຊື່ນາງແກ່ນແກ້ວ ແລະລູກ 3 ຄົນມາຕັ້ງຖິ່ນຖານຢູ່ທີ່ນີ້ ແລະໄດ້ເອົາພູກາງເມືອງເປັນບ່ອນລ້ຽງສັດ ແລະໄດ້ແບ່ງຄວາມຮັບຜິດຊອບໃຫ້ລູກທັງ 3 ຕາມປະເພດສັດເຊັ່ນ: ນາງຫຼວງຮັບຜິດຊອບລ້ຽງກະ ທິງເຂົາແດງຢູ່ດົງຮ່າງ, ນາງ ກາງລ້ຽງກວາງເຂົາ 9 ຍອດ ຢູ່ດົງແຮ້ ແລະທ້າວ ນ້ອຍ ລ້ຽງໝູລອງຄຳ ຢູ່ຝາຍນາຮອນຕໍ່ມາມີພະອົງໜຶ່ງຂີ່ມ້າມະນີກະທັດເດີນທາງມາເຫັນສະຖານທີ່ລ້ຽງສັດ ແລະພະອົງນັ້ນໄດ້ເວົ້າກັບພະຍາຫົວເຫຍີ່ ເພື່ອຂໍຝາກມ້າໄວ້ນໍາ ແລະພະຍາ ຫົວເຫຍີ່ກໍໄດ້ລ້ຽງມ້າມະນີກະທັດ,ມາມື້ໜຶ່ງກໍມີໝໍພານຜູ້ໜຶ່ງມາລ່າ ສັດປ່າເລີຍມາເຫັນກະທິງເຂົາແດງ ລົງຈາກພູດອຍກາງເມືອງມາກິນ ປຸ່ງຢູ່ປຸ່ງນາຍິ່ງ, ໝໍພານເລີຍໄດ້ຍິງ ກະທິງໂຕນັ້ນແຕ່ບໍ່ຕາຍແລ້ວປົບຂຶ້ນພູດອຍກາງເມືອງມາຕາຍຢູ່ຄັງໜອງປາດ, ໃນຂະນະທີ່ໝໍພານພວມປາດກະທິງເຂົາແດງນັ້ນນາງຫຼວງ ເລີຍມາເຫັນ ແລະໄປບອກພໍ່ ແລະຊາວບ້ານມາໄລ່ຈັບໝໍພານໂດຍເອົາຕານ່າງກາງໄວ້ທີ່ແກ່ວດອຍກາງເມືອງ ແລະໝໍພານກໍມາຖືກຕານ່າງຊຶ່ງຊາວບ້ານໄດ້ພາກັນເອົາຫອກ, ເຫຼັກແຫຼມຄົມມາແທງໝໍພານຈົນຕາຍ, ຫຼັງຈາກນັ້ນ, ເລີຍປ່ອຍຂ່າວໄປທົ່ວເພື່ອຊອກຫາວ່າໝໍພານຄົນນັ້ນເປັນຄົນບ້ານໃດ ແລະສຸດທ້າຍກໍຮູ້ວ່າໝໍພານຊື່ທ້າວ ກູດ ຢູ່ບ້ານລາດບວກເມື່ອຮູ້ແນວນັ້ນຊາວບ້ານຈຶ່ງພາກັນເອົາທ້າວ ກູດ ຝັງໄວ້ດອຍກາງເມືອງແລ້ວຈຶ່ງປ່ຽນຊື່ພູດອຍກາງເມືອງມາເປັນພູກູດຈົນເຖິງທຸກວັນນີ້.

   ພູກູດ ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງພູກູດຫ່າງຈາກຕົວເມືອງໄປປະມານ 7 ກິໂລແມັດ, ທິດຕາເວັນຕົກຕິດກັບບ້ານປົວ,ທິດໃຕ້ຕິດກັບບ້ານຊາຍ, ທິດເໜືອຕິດກັບບ້ານແປນ ແລະທິດຕາເວັນອອກຕິດກັບບ້ານພູວຽງຊຶ່ງເປັນສະຖານທີ່ທີ່ໜ້າສຶກສາຮຽນຮູ້ທາງປະຫວັດສາດ.

___________

ຂຽນໂດຍ: ວົງມະນີມ, ໜັງສືພິມເສດຖະກິດ-ສັງຄົມ