ລ້ຽງໄກ່ຂາຍເປັນສີນຄ້າສາມາດເຮັດໃຫ້ຄອບຄົວພົ້ນທຸກ

  ເມືອງຫຼາ ແຂວງອຸດົມໄຊ ເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດພູຜາປ່າໄມ້ຫ້ວຍນໍ້າລຳເຊປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການເພີ່ມພູມຜະລິດຜົນສ້າງເສດຖະກິດຄອບຄົວດ້ວຍຫຼາຍວິຊາອາຊີບທີ່ແຕກຕ່າງກັນຕາມເງື່ອນໄຂຂອງຕົນເອງທີ່ຢູ່,ການລ້ຽງໄກ່ກໍ່ເປັນອາຊີບໜຶ່ງທີ່ປະຊາຊົນເມືອງຫຼາໃຫ້ການສົນໃຈຫຼາຍເພາະວ່າເປັນອາຊີບທີ່ຂ້ອນຂ້າງສະດວກສະບາຍຄົງທີ່ໃຊ້ແຮງງານໜ້ອຍ ແລະໃຫ້ຜົນກຳໄລດີ, ດັ່ງຄອບຄົວຂອງທ່ານ ສົມສັກ ສີລາຈິດ ບ້ານໜອງບົວ ເມືອງຫຼາ ແຂວງອຸດົມໄຊ ກໍ່ເປັນຄອບຄົວໜຶ່ງທີ່ຢຶດຖືເອົາການລ້ຽງໄກ່ໃຫ້ຮູ້ວ່າ: ຄອບຄົວຕົນເອງເປັນອີກຄອບຄົວໜຶ່ງທີ່ໄດ້ຢຶດເອົາອາຊີບລ້ຽງໄກ່ມາແຕ່ປີ 2009 ດ້ວຍການທົດລອງມາຫຼາຍວິທີດ້ວຍຕົນເອງມີທັງກຳໄລ ແລະຂາດທຶນໃນໄລຍະຜ່ານມາ,ຫຼັງຈາກນັ້ນກໍ່ມີວິຊາການຈາກຫ້ອງການກະສິກຳ ແລະປ່າໄມ້ເມືອງເຂົ້າມາສົ່ງເສີມຈຶ່ງເຮັດໃຫ້ການລ້ຽງໄກ່ຖືກວິທີ ແລະໄດ້ຮັບຜົນດີ.

  ສຳລັບການລ້ຽງໄກ່ຂອງທ່ານ ສົມສັກ ແມ່ນອີງໃສ່ຕະຫຼາດເປັນສ່ວນໃຫຍ່ຖ້າເດືອນໃດຫາກຕະຫຼາດຕ້ອງການໄກ່ຫຼາຍກໍ່ຈະເພີ່ມການລ້ຽງອອກໃຫ້ຫຼາຍກວ່າເກົ່າເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງທ້ອງຕະຫຼາດແຕ່ກໍ່ປາສະຈາກບໍ່ໄດ້ກັບການຂາດທຶນເພາະວ່າການລ້ຽງໄກ່ຂອງທ່ານ ສົມສັກ ແມ່ນລັກສະນະເພາະພັນໄກ່ນ້ອຍຂາຍ ດັ່ງນັ້ນມັນຈຶ່ງອີງຕາມເງື່ອນໄຂສັ່ງຊື້ຂອງຜູ້ລ້ຽງໄກ່.

  ທ່ານ ສົມສັກ ໃຫ້ຮູ້ວ່າ: ສຳລັບຍອດຂາຍໃນປີໜຶ່ງປະມານ 30 ພັນກວ່າໂຕ ເລີ່ມແຕ່ລາຄາ 8 ພັນກີບຂຶ້ນ ແລະປີນີ້ອາດຈະດີແດ່, ເພາະວ່າເປັນໄລຍະພະຍາດໂຄວິດ ຊຶ່ງລັດຖະບານໄດ້ມີການປິດດ່ານເຮັດໃຫ້ການນຳເຂົ້າໄກ່ຈາກຕ່າງປະເທດຫຼຸດລົງຈຶ່ງສົ່ງຜົນໃຫ້ກິດຈະການພາຍໃນມີກຳໄລດີນອກຈາກອາຊີບລ້ຽງໄກ່ພັນແລ້ວພາຍໃນຄອບຄົວຍັງໄດ້ສຸມໃສ່ການລ້ຽງເປັດ, ໄກ່ລາດ ແລະ ປູກພືດຕາມລະດູການໂດຍສະເພາະແມ່ນເຮັດນາປີ, ນາແຊງ, ປູກໝາກເຜັດ, ໝາກເຂືອ ແລະ ພືດຜັກອື່ນໆ ເພື່ອ ເປັນລາຍໄດ້ເສີມເຂົ້າໃນຄອບຄົວ. ຜ່ານການຈັດຕັ້ງປະຕິບັດການລ້ຽງໄກ່ເພື່ອຂາຍແນວພັນນີ້ເປັນເວລາຫຼາຍປີແມ່ນສາມາດສ້າງລາຍຮັບໃຫ້ຄອບຄົວຫຼາຍສົມຄວນເຮັດໃຫ້ຄອບຄົວມີຖານະທີ່ດີຂຶ້ນມີເຮືອນຢູ່ຖາວອນ, ມີລົດໃຫຍ່ຮັບໃຊ້ຄອບຄົວ ແລະ ສາມາດສົ່ງລູກຮຽນຈົນຈົບວິຊາຊີບ, ພ້ອມນີ້ຍັງມີເງິນຊື້ດິນນາດິນສວນ ແລະ ແຮໄວ້ໃນເວລາເຈັບເປັນຕື່ມອີກ.

  ທ່ານ ສົມສັກ ໃຫ້ຮູ້ຕື່ມວ່າ: ການລ້ຽງໄກ່ພັນນ້ອຍຂາຍນີ້ມັນມີຄວາມສະດວກ ແລະຄວາມຫຍຸ້ງຍາກຢູ່ແຕ່ກໍ່ບໍ່ຫຼາຍປານໃດເພາະວ່າຕາມເງື່ອນໄຂຂອງຕົນແລ້ວແມ່ນມີຄວາມສະດວກຫຼາຍດ້ານໂດຍສະເພາະແມ່ນດ້ານສະຖານທີ່ໃກ້ເຮືອນສະນັ້ນມັນຈຶ່ງເປັນສີ່ງທີ່ງ່າຍ ແລະ ສະດວກສະບາຍໃຫ້ແກ່ຕົນເອງສຳລັບຂໍ້ຫຍຸ້ງຍາກມີພຽງເລັກ ນ້ອຍເປັນຕົ້ນແມ່ນດ້ານການຕະຫຼາດຈຳໜ່າຍໄກ່ນ້ອຍ, ຈາກປະສົບການໃນການລ້ຽງໄກ່ມາຫຼາຍປີ ທ່ານ ສົມສັກ ພ້ອມແລ້ວທີ່ຈະແບ່ງປັນປະສົບການບົດຮຽນອັນລໍ້າຄ່າ ໃຫ້ຊາວກະສິກອນນຳໄປເປັນບົດຮຽນເຖິງແມ່ນວ່າຈະເປັນພຽງທຸລະກິດການລ້ຽງໄກ່ແບບຄອບຄົວກໍ່ຕາມແຕ່ຜົນໄດ້ຮັບກໍ່ຄືກຳໄລແມ່ນສາມາດນຳມາໃຊ້ນຳຄອບຄົວຕົນ ເອງ, ເຮັດໃຫ້ມີຖານະທຽບເທົ່າກັບຄອບຄົວອື່ນ, ອະນາຄົດແມ່ນຈະຂະຫຍາຍຄອກອະນຸບານໄກ່ນ້ອຍອອກຕື່ມ ແລະຈະສືບຕໍ່ສຶກສາວິທີການລ້ຽງໄກ່ນີ້ໃຫ້ຫຼາຍຂຶ້ນເພື່ອນຳມາໃຊ້ໃນຕົວຈິງໃຫ້ປະສົບຜົນສຳເລັດຜົນສຳເລັດໃນມື້ນີ້ຂອງຄອບຄົວ ທ່ານ ສົມສັກ ສີລາຈິດ ກໍ່ຍ້ອນການບຸກບືນອົດທົນສູ້ຊົນຕໍ່ສູ້ກັບຊີວິດຂອງຫົວໜ້າຄອບຄົວທີ່ແບກຫາບພາລະ ແລະ ການລອງຜິດລອກຖືກມາຫຼາຍອາຊີບເຮັດໃຫ້ຊີວິດມີປະສົບການຫຼາຍດ້ານຊຶ່ງມັນເປັນບົດຮຽນອັນລໍ້າຄ່າໃນຊີວິດທັງນີ້ກໍ່ຍ້ອນມີພັກ-ລັດ ແລະພາກສ່ວນທີ່ກ່ຽວຂ້ອງໃຫ້ການຊີ້ນຳແນວທາງຫັນປ່ຽນແບບໃໝ່ເພື່ອສົ່ງເສີມໃຫ້ປະຊາຊົນຫັນມາປູກຝັງລ້ຽງສັດຂາຍເປັນສີນຄ້າໃຫ້ຫຼາຍຂຶ້ນ, ເພື່ອຫຼຸດຜ່ອນອາຊີບຖາງປ່າເຮັດໄຮ່ແບບເລື່ອນລອຍຫັນມາສູ່ການຜະລິດທີ່ຄົງທີ່ ແລະຖາວອນ.