ສ່ວຍສາອາກອນ ແຂວງວຽງຈັນເກັບລາຍຮັບໄດ້ 75 ຕື້ກວ່າກີບ

  ປີນີ້ຖືວ່າເປັນປີທີ່ເສດຖະກິດທົ່ວໂລກກໍຄື ສປປ ລາວ ໄດ້ຮັບຜົນກະທົບຫຼາຍດ້ານຈາກໄພທຳມະຊາດ ແລະ ອື່ນໆ ໂດຍສະເພາະແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຊ້າສິ່ງດັ່ງກ່າວໄດ້ສົ່ງຜົນໃຫ້ຜູ້ປະກອບການຫົວໜ່ວຍທຸລະກິດໃນຫຼາຍຂະແໜງການໄດ້ຮັບຜົນກະທົບນອກນັ້ນຍັງເປັນຜົນໃຫ້ການເກັບລາຍຂອງຂະແໜງສ່ວຍສາອາກອນແຂວງວຽງຈັນບໍ່ໄປຕາມແຜນທີ່ວາງໄວ້ຜ່ານການຈັດຕັ້ງປະຕິບັດໃນ 7 ເດືອນຜ່ານມາສາມາດເກັບລາຍຮັບໄດ້ພຽງ 75,48 ຕື້ກີບ ເທົ່າກັບ 47,01% ຂອງແຜນການດັດແກ້.

  ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນໃຫ້ສຳພາດວ່າ: ໃນປີ 2020 ຕົວເລກເບື້ອງຕົ້ນທີ່ກະຊວງການເງິນມອບໃຫ້ສ່ວຍ ສາອາກອນປະຈຳແຂວງວຽງຈັນທັງໝົດ 225 ຕື້ກີບ, ຕົວເລກແຜນການດັດແກ້ 160,54 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 7 ເດືອນ ຜ່ານມາສາມາດເກັບລາຍຮັບໄດ້ທັງໝົດ 75,48 ຕື້ກີບ ເທົ່າກັບ 47,01% ຂອງແຜນການດັດແກ້, ໂດຍສາເຫດທີ່ເຮັດໃຫ້ປະຕິບັດບໍ່ໄດ້ຕາມແຜນແມ່ນຍ້ອນວ່າຫົວໜ່ວຍທຸລະກິດ, ຜູ້ປະກອບການແມ່ນຖືກກະທົບຈາກການລະບາດພະຍາດໂຄວິດ-19 ເຮັດໃຫ້ບັນດາຫົວໜ່ວຍທຸລະກິດມີຄວາມຫຍຸ້ງຍາກຫຼາຍກິດຈະການໄດ້ມີການໂຈະຊົ່ວຄາວການເຄື່ອນໄຫວທຸລະກິດໃນຊ່ວງທີ່ມີການລະບາດຂອງພະຍາດດັ່ງກ່າວເປັນຕົ້ນແມ່ນກິດຈະການທ່ອງທ່ຽວທີ່ເປັນລາຍຮັບສຳຄັນຂອງແຂວງເຊັ່ນ: ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຣີສອດ, ໂຮງຈັກ, ໂຮງງານ ແລະອື່ນໆຄາດວ່າຜົນກະທົບດັ່ງກ່າວອາດແກ່ຍາວໄປທ້າຍທ້າຍປີ 2020.

  ທ່ານ ພູເຂົາທອງ ທອງສະຫວັນ ກ່າວຕື່ມວ່າ: ສຳລັບທິດທາງໃນ 5 ເດືອນທ້າຍປີສ່ວຍສາອາກອນແຂວງວຽງຈັນຈະສຸມໃສ່ລົງຊຸກຍູ້,ແນະນຳຫົວໜ່ວຍທຸລະກິດທີ່ຂຶ້ນກັບແຂວງ ແລະພາກສ່ວນອື່ນທີ່ມາເຄື່ອນໄຫວຢູ່ແຂວງໃຫ້ເອົາໃຈໃສ່ປະກອບສ່ວນມອບພັນທະຂອງຕົນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ,ຄົບຖ້ວນແລະມອບທັນຕາມກຳນົດເວລາ,ສົມທົບກັບຂະແໜງການກ່ຽວຂ້ອງຂຸດຄົ້ນແຫຼ່ງລາຍຮັບຕາມທ່າແຮງບົ່ມຊ້ອນຂອງແຂວງໃນໂຄງການຕ່າງໆເປັນຕົ້ນແມ່ນອາກອນລາຍໄດ້ຈາກຄ່າເຊົ່າ,ສຸມໃສ່ການເກັບລາຍຮັບຈາກພາສີທີ່ດິນ, ຄ່າທຳນຽມ, ອາກອນລາຍໄດ້ຈາກການໂອນສິດນຳໃຊ້ທີ່ດິນ ແລະຄ່າທຳນຽມທາງໂດຍສົມທົບກັບທະນາຄານ ແລະເຈົ້າໜ້າທີ່ ປກສ ລົງເຄື່ອນໄຫວຊຸກຍູ້ໂຄສະນາ,ເຜີຍແຜ່ແລະແນະນຳ, ຊອກຍູ້ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະສະຕຽມອາກອນນຳຫົວໜ່ວຍງົບປະມານທີ່ມີລາຍຮັບດັ່ງກ່າວມອບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນຕາມກຳນົດເວລາແນວໃດກໍດີສ່ວຍສາອາກອນແຂວງແມ່ນຈະສູ້ຊົນໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ເພື່ອໃຫ້ລາຍຮັບບັນລຸແຜນການທີ່ວາງໄວ້.