ກົມໃຫຍ່ຕຳຫຼວດ ເຜີຍແຜ່ວຽກງານຕ້ານການຟອກເງິນ

  ສຳນັກງານຂໍ້ມູນຕ້ານການຟອກເງິນຮ່ວມກັບກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບໄດ້ຈັດຕັ້ງການເຜີຍແຜ່ ແລະເຊື່ອມຊຶມວຽກງານຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະນິຕິກຳທີ່ຕິດພັນໃນວັນທີ 11 ສິງຫາ 2020 ທີ່ຫ້ອງປະຊຸມຂອງກົມໃຫຍັ່ງກ່າວພາຍໃຕ້ການເປັນປະ ທານຂອງ ທ່ານ ພົນຈັດຕະວາ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບ, ພ້ອມນີ້ກໍ່ມີບັນດານາຍຕຳຫຼວດທີ່ມາຈາກບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ຕຳຫຼວດເຂົ້າຮ່ວມ.

 ທ່ານ ຈິນດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ,ທ່ານ ພັນເອກ ປອ. ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ແລະທ່ານ ພົມສຸວັນ ພິລາຈັນ ຫົວໜ້າຄະນະສານການຄ້າສານປະຊາຊົນສູງສຸດໄດ້ພັດປ່ຽນກັນເຜີຍແຜ່ວຽກງານດັ່ງກ່າວແນໃສ່ເພື່ອໃຫ້ນາຍຕຳຫຼວດທີ່ເຮັດໜ້າທີ່ດຳເນີນຄະດີຮັບຮູ້ເຂົ້າໃຈກ່ຽວກັບພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ກົດໝາຍ, ລະບຽບການ ແລະການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານວຽກງານຕ້ານ ການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2020-2021 ຊຶ່ງວຽກງານດັ່ງກ່າວເປັນວຽກງານທີ່ມີຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ,ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ວຽກງານຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະໄດ້ສ້າງຕັ້ງຄະນະກໍາມະການລະດັບຊາດຂຶ້ນໂດຍປະກອບມີຮອງນາຍົກລັດຖະມົນຕີເປັນປະທານ ແລະ ຍັງປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກກະຊວງ ແລະ ທຽບເທົ່າຕ່າງໆເຂົ້າຮ່ວມໃນຄະນະເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ.

 ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດໃນປີ 2010 ຊຶ່ງຜົນການປະເມີນໃນຄັ້ງນັ້ນ ສປປ ລາວ ແມ່ນຕົກຢູ່ໃນບັນຊີເທົາເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານຢ່າງໃດກໍດີ, ສປປ ລາວ ໄດ້ສູ້ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆເປັນຕົ້ນອອກບັນດານິຕິກໍາທີ່ຕິດພັນຈໍານວນ 28 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະຂັ້ນຕອນຕ່າງໆປະຕິບັດໃຫ້ເກີດປະສິດທິຜົນຕາມນິຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ.

 ຫຼັງຈາກນັ້ນ, ໄດ້ດໍາເນີນການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສໍາເລັດໃນກາງປີ 2018 ຊຶ່ງສາມາດກໍານົດໄດ້ 8 ຂະແໜງການທຸລະກິດທີ່ມີຄວາມສ່ຽງຈະຖືກສວຍໃຊ້ໃນຂະບວນການຟອກເງິນ ແລະ7 ຄວາມຜິດຕົ້ນທີ່ເປັນໄພຂົ່ມຂູ່ຕໍ່ການຟອກເງິນເປັນຕົ້ນການຜະລິດ ແລະຄ້າຂາຍຢາເສດຕິດ,ການປອມແປງແຊັກ,ການນຳໃຊ້ທະນະບັດປອມ ຫຼືທະນະບັດປອມທີ່ຜິດກົດໝາຍ,ອາຊະຍະກໍາສິ່ງແວດລ້ອມ,ການລັກຊັບພົນລະເມືອງ, ການປອມແປງເງິນ ຫຼືການນໍາໃຊ້ເງິນປອມ, ການປອມແປງເອກະສານ ຫຼືການໃຊ້ເອກະສານປອມ ແລະການສໍ້ໂກງຊັບພົນລະເມືອງທີ່ຕ້ອງເລັ່ງແກ້ໄຂຫຼຸດຜ່ອນຄວາມສ່ຽງທີ່ໄດ້ຈາກຜົນການປະເມີນກໍ່ຄືອົງການດຳເນີນຄະດີອາຍາຕ້ອງດຳເນີນການສືບສວນ-ສອບສວນ ໃນຂໍ້ຫາຄວາມຜິດຕົ້ນຄຽງຄູ່ກັບການຟອກເງິນທີ່ສອດຄ່ອງກັບໄພຂົ່ມຂູ່ແລະເປັນຄວາມສ່ຽງການຟອກເງິນຂອງ ສປປ ລາວ ໃຫ້ມີຈຳນວນສະຖິຕິ 50 ຄະດີ ຫຼືຫຼາຍກວ່າໃນປີ 2020.

  ເພື່ອກະກຽມການປະເມີນຜົນຮອບດ້ານຄັ້ງທີ 2 ໃນສົກປີ 2020-2021, ພ້ອມດຽວກັນນີ້, ລັດຖະບານໄດ້ສ້າງຕັ້ງຄະນະສະເພາະກິດຂຶ້ນຊຶ່ງມີລັດຖະມົນຕີ ແລະຮອງລັດຖະມົນຕີຈໍານວນ 25 ທ່ານ ຈາກ 14 ກະຊວງປະກອບຢູ່ໃນຄະນະກໍາມະການ ແລະໄດ້ແບ່ງອອກເປັນ 4 ກຸ່ມວຽກໃນນີ້ມີວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ວຽກງານນິຕິກໍາ ແລະກົນໄກ, ວຽກງານຄຸ້ມຄອງ ແລະວຽກງານການດໍາເນີນຄະດີໃນນັ້ນສໍາລັບກຸ່ມວຽກງານການດໍາເນີນຄະດີພາຍໃຕ້ເປັນຫົວໜ້າກຳມະການຂອງປະ ທານສານປະຊາຊົນສູງສຸດພ້ອມທັງຄະນະກຳມະການຂັ້ນລັດຖະມົນຕີຈາກກະຊວງປ້ອງກັນຄວາມສະຫງົບ,ກະຊວງກະສິກຳ ແລະປ່າໄມ້, ອົງການກວດກາລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດມີສິດ ແລະໜ້າທີ່ຊີ້ນຳກົມກອງ ແລະພະແນກການທີ່ຂຶ້ນກັບຄວາມຮັບຊອບຂອງຕົນໃນຂັ້ນສູນກາງ ແລະທ້ອງຖິ່ນດຳເນີນຄະດີຄວາມຜິດຕົ້ນຄຽງຄູ່ກັບການຟອກເງິນທີ່ໄດ້ກ່າວຂ້າງກ່ອນໜ້ານີ້ໂດຍແມ່ນສໍານັກງານຂໍ້ມູນຕ້ານການຟອກເງິນເປັນກອງເລຂາເຮັດວຽກໃນການປະສານງານ.

ທ່ານຫົວໜ້າກົມໃຫຍ່ຕຳຫຼວດກະຊວງປ້ອງກັນຄວາມສະຫງົບໄດ້ເນັ້ນວ່າ: ວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໂດຍສະເພາະກົດໝາຍ, ລະບຽບການທີ່ກ່ຽວຂ້ອງ, ຄຳສັ່ງແນະນຳວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຮັບຮອງໃນຕົ້ນປີນີ້ໃຫ້ແກ່ບັນດາທ່ານໃນນາມເປັນອົງການດຳເນີນຄະດີອາຍາໃຫ້ເຂົ້າ ໃຈຢ່າງເລິກເຊິ່ງ ແລະຮຽກຮ້ອງມາຍັງບັນດາທ່ານຕ້ອງມີຄວາມຮັບຜິດຊອບສູງໃນການແລກປ່ຽນຄຳເຫັນຢ່າງພາວະວິໄສ,ກົງໄປກົງມາເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິ ບັດຕົວຈິງໄດ້ຢ່າງເໝາະສົມ ແລະມີປະສິດທິພາບສູງພ້ອມທັງມີຜົນສໍາເລັດຢ່າງຈົບງາມ.

_____________

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ