ເມືອງຄຳເກີດ ເກັບລາຍຮັບເຂົ້າງົບປະມານໄດ້ 3,5 ຕື້ກີບ

   ໃນວັນທີ 6-7 ສິງຫາ 2020 ນີ້ໄດ້ຈັດກອງປະຊຸມເປິດກວ້າງຄົບຄະນະບໍລິຫານງານພັກເມືອງຄຳເກີດຄັ້ງທີ III, ສະໄໝທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະໄໝ ໄຊຍະທິຈັກ ເລຂາພັກເມືອງ, ເຈົ້າເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸວັນນີ ໄຊຊະນະ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ແຂວງບໍລິຄຳໄຊ,ມີບັນດາຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ກົມກອງ, ບໍລິສັດ-ລັດວິສາຫະກິດ, ພະນັກງານຫຼັກແຫຼ່ງຕະຫຼອດຮອດເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມ.

   ໃນວາລະກອງປະຊຸມໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16, ສະໄໝທີ VI ແລະ ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 107/ ກມສພ,ວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່, ມະຕິຂອງສະພາປະຊາຊົນແຂວງວ່າດ້ວຍການຮັບຮອງເອົາການຍົກຍ້າຍແຕ່ງຕັ້ງບຸກຄະລາກອນຂອງແຂວງາມການສະເໜີຂອງອົງການປົກຄອງແຂວງ.

  ກອງປະຊຸມຍັງໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳ 6 ເດືອນ ຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2020 ໂດຍໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ລັດຖະບານ, ແຂວງ ແລະເມືອງວາງອອກໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄ ວິດ-19 ສາມາດແກ້ໄຂ, ສະກັດ ກັ້ນໄດ້ທັນສະພາບການໂດຍພື້ນຖານ ແລະຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນປະຊາຊົນມີຄວາມອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າຟື້ນຟູ ແລະພັດທະນາເສດຖະກິດຂອງຕົນ, ເມືອງຄຳເກີດເກັບລາຍຮັບເຂົ້າງົບປະມານໄດ້ 3,5 ຕື້ກີບ ເທົ່າກັບ 29,13% ຂອງແຜນການປີໃນນັ້ນອາກອນໄດ້ 1,88 ຕື້ກີບ, ພາສີທີ່ດິນໄດ້ 622,9 ລ້ານກີບ ເທົ່າກັບ 71,03% ຂອງແຜນການປີ, ຈົດທະບຽນ-ຄ່າທຳ ນຽມຕ່າງໆໄດ້ 71,9 ລ້ານກີບ ເທົ່າກັບ 39,42% ຂອງແຜນການປີ, ຊັບສິນຂອງລັດໄດ້ 178,9 ລ້ານກີບເທົ່າກັບ 34,41% ຂອງແຜນການປີ, ລາຍຮັບວິຊາ ການ 767,3 ລ້ານກີບ ເທົ່າກັບ 41,75% ຂອງແຜນການປີ ແລະ ສາມາດຄຸ້ມຄອງລາຍຈ່າຍຢູ່ໃນລະດັບ 20 ຕື້ກວ່າກີບເທົ່າກັບ 45,46% ຂອງແຜນການປີ, ຊຸກຍູ້ປະຊາຊົນປູກເຂົ້ານາປີໃນເນື້ອທີ່ 6.893 ເຮັກຕາ, ປັກດໍາແລ້ວ 85%, ເກັບກ່ຽວເຂົ້ານາແຊງໄດ້ 90,2 ເຮັກຕາ,ລື່ນແຜນການປີ 80,4% ສະເລ່ຍຜົນຜະລິດ 4 ໂຕນຕໍ່ເຮັກຕາ, ປູກພືດລະດູຝົນໄດ້ 2.720 ເຮັກຕາ ເທົ່າກັບ 60% ຂອງແຜນການປີ, ປູກພືດລະດູແລ້ງ 3.854 ເຮັກຕາ ລື່ນແຜນການປີ 0,54%, ປູກມັນຕົ້ນ 2.943 ເຮັກຕາ, ລ້ຽງສັດຕ່າງໆ ຄວາຍມີ 6.111 ໂຕ, ງົວ 19.979 ໂຕ, ແບ້ 9.251 ໂຕ, ໝູ 6.845 ໂຕ.

_____________

 #ຫນັງສືພິມເສດຖະກິດສັງຄົມ