ວັດວິຊຸນນະຣາຊ

  ວັດວິຊຸນນະຣາ
 ແມ່ນສ້າງຂຶ້ນໃສ່ນາໄຮ່ດຽວ ຫຼືນາເຂົ້າຈ້າວ ໃນເດືອນ 6 ຂຶ້ນ 2 ຄໍ່າມື້ຮວາຍຍີ ຍາມມື້ເຊົ້າ ປີເຕົ້າສັນ ຈ.ສ 874

- ຈ.ສ 875 ມີພິທີອະຣາດທະນາພຣະບາງຈາກວັດມະໂນຣົມ ມາປະດິດສະຖານໄວ້ທີວັດວິຊຸນນະຣາຊ.

- ພຣະເຈົ້າວິຊຸນນະຣາຊ ຄອງຣາຊສົມບັດໄດ້ 20 ປີ ມີພຣະຊົນພັນສາໄດ້ 52 ປີ ກໍ່ສະຫວັນນະຄົດໃນວັນສຸກ ເດືອນ 12 ຂຶ້ນ 12 ຄຳ ປີກົດສີ ຈສ 882

- ປີກ່າມົດ ຈສ 885 ພຣະເຈົ້າໂພທິສາຣະນະຣິນທາທິຣາຊ ພຣະຣາຊໂອຣົສທົງແຕ່ຣາຊທູດໄປຂໍເອົາພຣະແຊກຄຳ ນຳພຣະເຈົ້າຊຽງໃຫມ່ມະຫາພົມມະຣາຊພຣະເມືອງເກສເກົ້າຜູ້ເປັນທີ 2 ພໍ່ເມຍມາໄວ້ເປັນຄູ່ພຣະບາງ ທາງເມືອງຊຽງໃຫມ່ໄດ້ແຕ່ງໃຫ້ພຣະເທພມົງຄຸລເຖຣະເປັນຜູ້ນຳມາພ້ອມດ້ວຍພຣະໄຕຣປີດົກ 60 ຄັມພີ.

- ພຣະເຈົ້າໂພທິສາຣະຣາຊ ສະເດັດອຸປະສົມບົທຜະນວຊທີວັດແຫ່ງນີ້ໃນປີຮັບເຮົ້າ ຈ.ສ 887.

- ປີເບີກສັນ ຈ.ສ 910 ພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ອະຣາດທະນາ ພຣະມະຫາມະນີຣັດຕະນະພູທທະປະຕິມາກອນແກ້ວມໍຣະກົຕ ກັບພຣະພຸທທະບຸດສະຍະຣັດຕະນະຈັກພັດຕິພິມົນມະນີມັຍຄືພຣະແກ້ວຂາວ ຫຼືພຣະຈັນຣັຕຕະນະ ຈາກເມືອງຊຽງໃຫມ່ມາພ້ອມພຣະອົງ ແລະອັນເຊີນປະດິດສະຖານໄວ້ທີວັດວິຊຸນນະຣາຊແຫ່ງນີ້.