ເຟຊບຸກເຕືອນຫາກຜູ້ໃຊ້ກຳລັງຈະແຊຣຂ່າວເກົ່າ

 ມື້ວານນີ້ Facebook ກຽມແຈ້ງຜູ້ໃຊ້ໃນຂະນະກຳລັງຈະແຊຣຂ່າວຫຼືບົດຄວາມທີ່ມີອາຍຸຫຼາຍກວ່າ 90 ວັນ ເພື່ອປ້ອງກັນການເຂົ້າໃຈຜິດເມື່ອຖືກແຊຣອອກໄປແລ້ວ.

   Facebook ໄດ້ໃຫ້ເຫດຜົນວ່າໃນຫຼາຍໆຂ່າວເວລາອາດຈະມີສ່ວນສຳຄັນຊ່ວຍໃນການເຂົ້າໃຈຂອງຜູ້ອ່ານຊຶ່ງເມື່ອເວລາຜ່ານໄປຂ່າວນັ້ນອາດຈະລ້າສະໄໝອາດເຮັດໃຫ້ຜູ້ອ່ານເຂົ້າໃຈຜິດໄດ້ເຊັ່ນດຽວກັບ Twitter ທີ່ເມື່ອຕົ້ນເດືອນທີ່ຜ່ານມາມີການທົດສອບຟີເຈີເຕືອນຜູ້ໃຊ້ທີ່ຈະຣີທະວິດຫາກຍັງບໍ່ໄດ້ເປີດອ່ານຂ່າວພາຍໃນແອັບ.

  ທັງນີ້ໃນອະນາຄົດ Facebook ຈະມີການແຈ້ງເຕືອນຫາກຜູ້ໃຊ້ມີການແຊຣໂພສທີ່ມີລິ້ງກ່ຽວກັບ COVID-19 ເພື່ອຕ້ອງການໃຫ້ມີການແຊຣຂໍ້ມູນທີ່ຖືກຕ້ອງ.