ສະພາການຄ້າຫຼວງພະບາງລົງຊຸກຍູ້ຫົວໜ່ວຍທຸລະກິດຢູ່ນໍ້າບາກ

   ສະພາການຄ້າແຂວງຫຼວງພະບາງໄດ້ລົງພື້ນທີ່ເພື່ອຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດທີ່ເປັນສະມາຊິກຂອງສະພາການຄ້າແຂວງຫຼວງພະບາງເພື່ອຊອກຫາຊ່ອງທາງ ແລະບັນຫາການແກ້ໄຂຊ່ວຍເຫຼືອຫົວໜ່ວຍທຸລະກິດຢູ່ເມືອງນໍາບາກຫຼັງໂຄວິດ-19 ແນໃສ່ໃຫ້ທຸລະກິດຂອງເຄືອຂ່າຍສະພາການຄ້າໄດ້ດໍາເນີນໄປຢ່າງເປັນປົກກະ ຕິ.

  ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແຂວງຫຼວງພະບາງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຢູ່ເມືອງນໍ້າບາກ ວ່າງບໍ່ດົນຜ່ານມານີ້ຈຸດປະສົງກໍເພື່ອຢາກຮູ້ການດໍາເນີນທຸລະກິດຂອງແຕ່ລະບ່ອນທີ່ເປັນສະມາຊິກຂອງສະພາການຄ້າເພື່ອຊອກຫາບັນຫາຊ່ອງທາງ, ວິທີການແກ້ໄຂ ແນະນໍາຊ່ວຍທຸລະກິດໃຫ້ສາມາດດໍາເນີນໄປຢ່າງປົກກະຕິເປັນຕົ້ນແມ່ນຢູ່ສູນຜະລິດໄຄແຜ່ນ ບ້ານບົ່ມ ຊຶ່ງເປັນທຸລະກິດຊຸມຊົນທີ່ສາມາດສ້າງລາຍຮັບໃຫ້ກັບພໍ່ແມ່ປະຊາ ຊົນ, ບໍລິສັດທຸລະກິດເກັບຊື້ເຄື່ອງປ່າຂອງດົງເຂດບ້ານປາກມອງຊຶ່ງເປັນບ່ອນທີ່ເກັບຊື້ຜະລິດຕະພັນປະເພດເຄື່ອງປ່າຂອງດົງນໍາປະຊາຊົນຊາວເມືອງນໍ້າບາກເປັນຕົ້ນ

ແມ່ນສາລີເຂົ້າໂພດທີ່ທາງບໍລິສັດສາມາດຮອງຮັບເກັບຊື້ໄດ້ເປັນຈໍານວນຫຼາຍໂຕນ,ລົງຢ້ຽມຢາມໂຮງງານຜະລິດກະເບື້ອງກາສິງ ບ້ານຊາງ ແລະທຸລະກິດຮ້ານອາຫານເອ ເຊຍເມືອງນໍ້າບາກຕາມເປົ້າໝາຍຂອງສະພາການຄ້າແມ່ນຈະລົງຢູ່ 6 ເມືອງ. ໃນການລົງຕິດຕາມຊອກຫາບັນຫາການຊ່ວຍເຫຼືອຫົວໜ່ວຍທຸລະກິດຫຼັງພົບສະພາບວິ ກິດໂຄວິດ-19 ຄັ້ງນີ້ໄດ້ຮັບຟັງການລາຍງານຈາກບັນດາຫົວໜ່ວຍທຸລະກິດແຕ່ລະບ່ອນທີ່ພົບກັບບັນຫາຫຼາຍຢ່າງລວມທັງຜົນກະທົບຕໍ່ທຸລະກິດບາງທຸລະກິດຕ້ອງໄດ້ຫຼຸດຈໍານວນພະນັກງານລົງ, ຈາກບັນຫານີ້ວິທີທາງແກ້ໄຂຊຶ່ງທາງສະພາການຄ້າແຂວງຫຼວງພະບາງໄດ້ມີການປຶກສາຫາລືຮ່ວມກັນຢ່າງກົງໄປກົງມາພ້ອມນໍາສະເໜີບັນຫາຕ່າງໆທີ່ທຸລະກິດກໍາລັງພົບປະຈຸບັນໄປໃຫ້ທາງພາກລັດກໍຄືໜ່ວຍງານທີ່ກ່ຽວຂ້ອງເພື່ອຊອກຫາວິທີຊ່ວຍເຫຼືອພາກທຸລະກິດພາຍໃນແຂວງຫຼວງພະບາງໄດ້ດໍາເນີນໄປຢ່າງປົກກະຕິທັງນີ້ກໍເພື່ອຮັບປະກັນການຕົກງານເພື່ອໃຫ້ປະຊາຊົນໄດ້ມີວຽກເຮັດງານທໍາ.

-------------------------

____________

ຂ່າວ: ສີສຸວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ