ດິສນີປ່ຽນໃຈສົ່ງມູ່ຫຼານລົງລະບົບສະຕຣີມມິ່ງ

ຄ່າຍຮູບເງົາຂະໜາດໃຫຍ່ ດິສນີ ປ່ຽນໃຈທີ່ຈະນໍາຮູບເງົາວິລະສະຕີແດນມັງກອນມູ່ຫຼານເຂົ້າສາຍໃນໂຮງຮູບເງົາໃນອາເມລິກາແລ້ວ ໂດຍຮູບເງົາເລື່ອງນີ້ຈະສາຍໃນລະບົບສະຕຣີມມິ່ງ ດິສນີ ພລັສ ໃນວັນທີ 4 ກັນຍາ ທີ່ຈະມາເຖິງ ນີ້ໃນລາຄາຮູບເງົາເຊົ່າແບບພຣີມຽມ.

   ຄ່າຍຮູບເງົາຊື່ດັງເຊື່ອວ່າການນໍາເລື່ອງມູ່ຫຼານລົງສະຕຣີມມິ່ງ ຈະຊ່ວຍຂັບເຄື່ອນບັນດາຜູ້ໃຊ້ແອັບເບິ່ງຮູບເງົາຂອງ ດິສນີ ຂະນະດຽວກັນກໍເປັນການທົດລອງກ່ຽວກັບຄວາມຄຸ້ມຄ່າທີ່ລູກຄ້າຈະເຕັມໃຈຈ່າຍເພື່ອຈະໄດ້ຮັບຊົມຮູບເງົາເລື່ອງນີ້ທີ່ແຕ່ກ່ອນຕັ້ງໃຈຈະເປີດ ສາຍໃນໂຮງຮູບເງົາໂດຍສະເພາະ, ແຕ່ກໍບໍ່ເໝືອນກັບການຊົມຮູບເງົາ ທົ່ວໄປໃນດິສນີພລັສເພາະມູ່ຫຼານນັ້ນຈະບໍ່ໄດ້ເປີດໃຫ້ຜູ້ຊົມເບິ່ງທາງແອັບຕາມປົກກະຕິ ໂດຍຜູ້ບໍລິໂພກ ໃນອາເມລິກາ ແລະປະເທດອື່ນໆ ທີ່ຮອງຮັບດິສນີພລັສຈະຕ້ອງຈ່າຍເງິນ 29,99 ໂດລາສະຫະລັດຕໍ່ 1 ເດືອນເພື່ອເຊົ່າຮູບເງົາເລື່ອງນີ້ສ່ວນໃນປະເທດທີ່ຍັງບໍ່ເປີດໂຕແອັບພລິເຄຊັນດິສນີພລັສກໍສາມາດຊົມມູ່ຫຼານໄດ້ໃນໂຮງຮູບເງົານັ້ນເອງ.

------------

ຮຽບຮຽງໂດຍ: ແກ້ວ