ໂຮງຮຽນເຕັກນິກ ແຂວງໄຊຍະບູລີ ຈັດການແຂ່ງຂັນປຸງແຕ່ງອາຫານ

  ວັນທີ 6 ສິງຫາ 2020 ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໄດ້ຈັດພິທີແຂ່ງຂັນທັກສະການປຸງແຕ່ງອາຫານ ແລະ ງານຕະຫຼາດນັດແຮງງານທີ່ໂຮງຮຽນດັ່ງກ່າວໃຫ້ກ່ຽວເຂົ້າຮ່ວມພິທີຂອງທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງໄຊຍະບູລີ, ມີຜູ້ບໍລິຫານການຈັດ ການໂຮງແຮມ, ຣີສອດ, ຮ້ານອາຫານ, ຫົວໜ້າ- ຮອງຫົວໜ້າພະແນກພະນັກງານຄູ-ອາຈານພາຍໃນໂຮງຮຽນພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

   ໃນວາລະຍັງໄດ້ຮັບຟັງບົດລາຍງານການຈັດຕັ້ງການຮ່ວມມືກັບສະຖານປະກອບການໃນສົກຮຽນ 2019-2020 ແລະ ວາງແຜນການໃນຕໍ່ໜ້າໂດຍປະຕິບັດຕາມແຜນການດຳເນີນງານຂອງໂຄງການ LAO/029 ທີ່ໄດ້ຮັບທຶນສະໜັບສະໜູນການພົວພັນຮ່ວມມືລະຫວ່າງສະຖານອາຊີວະສຶກສາ ແລະສະຖານປະກອບການປະຈຳສົກຮຽນ 2019-2020.

  ຈາກນັ້ນໃນພິທີທ່ານ ທອງດີ ເນົາວັນເພັງ ຮອງຜູ້ອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດພິທີການແຂ່ງຂັນທັກສະການປຸງແຕ່ງອາຫານ ແລະງານຕະຫຼາດນັດແຮງງານເພື່ອເປັນການທົດສອບຄວາມຮູ້ຄວາມສາມາດ ແລະວິທີການປຸງແຕ່ງອານຫານທີ່ຖືກຕ້ອງງານຕະຫຼາດນັດແຮງງານແບ່ງ ອອກເປັນ 5 ໝວດຄື: ໝວດອາຫານຄາວ, ໝວດເບີເກີຣີ, ໝວດໝາກໄມ້ອາຫານວ່າງ, ໝວດອາຫານສາກົນ, ໝວດອາຫານແບບລາວ ແລະ ການແຂ່ງຂັນທັກສະການປຸງແຕ່ງ ອາຫານລາວ ຊຶ່ງຜູ້ເຂົ້າຮ່ວມທົດສອບໃນຄັ້ງນີ້ມີທັງໝົດ 30 ນ້ອງ ແບ່ງອອກເປັນ 15 ກຸ່ມ ໃນແຂ່ງຂັນທັກສະການປຸງແຕ່ງອາຫານປະເພດອາຫານລາວຄືລາບນໍ້າຕົກຈະໄດ້ກຳນົດເວລາໃນການແຂ່ງ ຂັນ, ການຈັດແຕ່ງຈານອາຫານໃຫ້ສວຍງາມ, ລົດຊາດລວມໄປເຖິງວິທີການແຕ່ງໂຕ.

  ຜ່ານການແຂ່ງຂັນສາມາດຍາດອັນດັບທີ 1 ໄດ້ແກ່ກຸ່ມທີ 13 ຄື: ທ້າວ ບຸນມີ +ນາງ ເພັດສະໝອມ ສີມີ, ທີ 2 ໄດ້ແກ່ກຸ່ມທີ 7 ນາງ ສົມສະເລີນສຸກ+ນາງ ປາລໍ່, ທີ 3 ໄດ້ແກ່ກຸ່ມທີ 12 ນາງ ແສງດາວ ວົງສາລີພັນ+ນາງ ພິມພອນ ສຸກສຸວັນ ຕອນທ້າຍພິທີຍັງໄດ້ມອບຂອງຂວັນລາງວັນໃຫ້ຜູ້ຊະນະເລີດຕາມລຳດັບອີກດ້ວຍ.

____________

ຂ່າວ: ນາລີ ແພງວິໄລ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ