ມອບ-ຮັບກຳແພງອ້ອມເດີ່ນໂຮງຮຽນມູນປະຖົມນາຂາມ

 ວັນທີ 2 ສິງຫາ 2020 ໄດ້ຈັດພິທີມອບ-ຮັບກໍາແພງໂຮງຮຽນທີ່ບ້ານນາຂາມ (ຄຸ້ມນາຄໍາ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ວຽງສະໃໝ ສີລິພອນພັນ ເລຂາພັກເມືອງເຈົ້າເມືອງໆປະທຸມພອນ,ທ່ານ ສຸບັນ ສຸວັນໄຊ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງ ການ,ທ່ານ ແມ່ ບົວທອງ ບຸນຍະສິດ ຜູ້ປະກອບສ່ວນອຸປະຖໍາທຶນກໍ່ສ້າງກຳແພງພ້ອມດ້ວຍລູກຫຼານ,ນາຍບ້ານ ແລະຄູ-ອາຈານພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

 ທ່ານ ໃໝ ສີສຸວົງ ນາຍບ້ານໆ ນາຂາມຕາງໜ້າອໍານາດການປົກຄອງບ້ານກໍ່ໄດ້ຂຶ້ນກ່າວຮັບເອົາກໍາແພງອ້ອມເດີ່ນໂຮງຮຽນພ້ອມທັງໃຫ້ຮູ້ວ່າ: ການກໍ່ສ້າງກໍາແພງອ້ອມເດີ່ນໂຮງຮຽນໃນຄັ້ງນີ້ແມ່ນເກີດຂຶ້ນໄດ້ຈາກການເອົາໃຈໃສ່ຂອງອໍານາດການປົກຄອງທີ່ຍາມໃດກໍ່ຖືເອົາພື້ນຖານໂຄງລ່າງການສຶກສາຄຽງຄູ່ກັບການພັດທະນາທີ່ຈໍາເປັນ, ພວກເຮົາໄດ້ຮັບຄວາມມີນໍ້າໃຈຂອງຜູ້ປະກອບສ່ວນທາງດ້ານທຶນຮອນໂດຍສະເພາະແມ່ນທ່ານ ແມ່ ບົວທອງ ບຸນຍະສິດ, ທ່ານ ພອນໄຊ ບຸນຍະສິດ ແລະພໍ່ແມ່ປະຊາຊົນຊາວບ້ານໆ ນາຂາມທີ່ໄດ້ພ້ອມພຽງກັນໃຫ້ທຶນສົມທົບໃນການກໍ່ສ້າງກຳແພງໃນຄັ້ງນີ້ໄດ້ປະສົບຜົນສໍາເລັດຊຶ່ງລວມມູນຄ່າທັງໝົດ 38,91ລ້ານກີບ ໃນນັ້ນການປະກອບສ່ວນຂອງທ່ານ ແມ່ ບົວທອງ+ທ່ານ ພອນໄຊ ບຸນຍະສິດ 33,41 ລ້ານກີບ, ຈາກພໍ່ແມ່ປະຊາຊົນພາຍໃນບ້ານ 5,5 ລ້ານກີບ.

   ໃນຕອນທ້າຍພິທີ ທ່ານ ວຽງສະໃໝ ສີລິພອນພັນ ເລຂາພັກເມືອງເຈົ້າເມືອງໆປະທຸມພອນໄດ້ໃຫ້ກຽດມີຄໍາເຫັນໂດຍທ່ານໄດ້ເນັ້ນໃຫ້ຄູ-ອາຈານ, ອໍານາດການປົກ ຄອງບ້ານເອົາໃຈໃສ່ຄຸ້ມຄອງປົກປັກຮັກສາບໍ່ໃຫ້ເປ້ເພເພື່ອນໍາໃຊ້ໃຫ້ຍືນຍົງ, ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງສູງມາຍັງຄອບຄົວ ແມ່ບົວທອງ ບຸນຍະສິດ ຈາກນັ້ນເພື່ອເປັນການສະແດງເຖິງຄຸນງາມຄວາມດີທ່ານກໍ່ໄດ້ໃຫ້ກຽດມອບໃບກຽດຕິຄຸນໃຫ້ແກ່ຄອບຄົວຜູ້ປະກອບສ່ວນດັ່ງກ່າວ.

---------------

ໜັງສືພິມເສດຖະກິດ-ສັງຄົມ